ແຂວງເທື່ອທຽນເຫ້ວປະກາດມີຜູ້ຕິດພະຍາດ Covid-19

(VOVWORLD) -ຕອນຄ່ຳວັນທີ 08 ມີນາ, ຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫ້ວ ໃຫ້ຮູ້ວ່າ, ທ້ອງຖິ່ນນີ້ໄດ້ກວດພົບ 1 ຄົນຕິດພະຍາດ Covid-19, ຜູ້ນີ້ໄດ້ນັ່ງໃນຖ້ຽວບິນທີ່ມີຜູ້ຕິດພະຍາດ Covid-19 ຢູ່ຫວຽດນາມ.
ແຂວງເທື່ອທຽນເຫ້ວປະກາດມີຜູ້ຕິດພະຍາດ Covid-19 - ảnh 1(ພາບປະກອບ: VGP)

ຄົນເຈັບນີ້ແມ່ນນັກທ່ອງທ່ຽວຊາວອັງກິດ, ອາຍຸ 64 ປີ, ໄດ້ເດີນທາງໃນຖ້ຽວບິນດຽວກັນໝາຍເລກ VN0054 ຈາກລອນດອນ ມາຫວຽດນາມ. ຫຼັງຈາກນັ້ນ, ນັກທ່ອງທ່ຽວຜູ້ນີ້ໄດ້ໄປ ຫາຍຟ່ອງ, ເຫ້ວ. ວັນທີ 07 ມີນາ, ຄົນເຈັບດັ່ງກ່າວໄດ້ຖືກນຳໄປແຍກຕົວຢູ່ໂຮງໝໍສູນກາງເຫ້ວ ເລກ 2 ຢູ່ເມືອງຟອງດ່ຽນ, ພາຍຫຼັງວິໄຈເປັນຫຼາຍຄັ້ງ, ໝາກຜົນທີ່ວ່າຜູ້ນີ້ໄດ້ຕິດພະຍາດ Covid-19. ປະຈຸບັນ, ອາການສຸຂະພາບຂອງຄົນເຈັບຄົນນີ້ເປັນປົກກະຕິ, ບໍ່ເປັນໄຂ້, ບໍ່ໄອ, ຫາຍໃຈປົກກະຕິ. ນອກຈາກຄົນເຈັບຍິງນີ້, ຍັງມີຄົນເຈັບເປັນຜູ້ຊາຍອື່ນ ກໍ່ແມ່ນຊາວອັງກິດ ພວມໄດ້ແຍກຕົວຢູ່ໂຮງໝໍສູນກາງເຫ້ວ ເລກ 2. ທ່ານ ຫງວຽນເມົາຢວຽນ, ຫົວໜ້າຫ້ອງການວິຊາສະເພາະດ້ານການແພດ, ພະແນກສາທາລະນະສຸກແຂວງ ເທື່ອທຽນເຫ້ວ, ໃຫ້ຮູ້ວ່າ.

          “ບັນດາມາດຕະການແຍກຕົວແມ່ນຈຳກັດການໄປມາ, ບໍ່ໃຫ້ພົບປະກັບຄົນອື່ນ, ຢູ່ກັບທີ. ສຳລັບບັນດາຜູ້ສຳຜັດແລ້ວກໍ່ໄດ້ສ້າງບັນຊີລາຍຊື່ແລ້ວ. ເຂົາເຈົ້າຈະໄດ້ຮັບຄຳກ່າວເຕືອນດ້ານສຸຂະພາບ, ໝາຍຄວາມວ່າ ເຂົາເຈົ້າຈະຕິດຕາມອາການສຸຂະພາບເອງ. ແຕ່ລະວັນ, ຈະແຈ້ງໃຫ້ພາລະກອນການແພດໃນບໍລິເວນຜ່ານໂທລະສັບ ເພື່ອມີວິທີແກ້ໄຂດ້ານສາທາລະນະສຸກໃນກໍລະນີທີ່ຈຳເປັນ”.

ຕອບກັບ

ຂ່າວ/ບົດ​ອື່ນ