ແຂວງແທງຮ໋ວາກຽມພ້ອມໃຫ້ປີທ່ອງທ່ຽວແຫ່ງຊາດ

ແຂວງແທງຮ໋ວາກຽມພ້ອມໃຫ້ປີທ່ອງທ່ຽວແຫ່ງຊາດ - ảnh 1
ກຳ​ແພງ​ສະ​ໄໝ ໂຮ່
(ພາບ​ປະ​ກອບ)

(vovworld) –  ​ປີ​ທ​່ອງ​ທ່ຽວ​ແຫ່ງ​ຊາດ ປີ 2015 ດ້ວຍ​ຫົວ​ຂໍ້​ວ່າ “ເຊື່ອມ​ຕໍ່​ບັນ​ດາ​ມໍ​ລະ​ດົກ​ໂລກ” ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 3/4 ຈະ​ມາ​ເຖິງ​ຢູ່​ແຂວງ ແທງ​ຮ໋​ວາ. ປະ​ຈຸ​ບັນ, ບັນ​ດາ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ, ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຢູ່ແຂວງ ແທງ​ຮ໋​ວາ ພວມ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂັ້ນ​ຕອນ​ກະ​ກຽມ​ສຸດ​ທ້າຍ​ເພື່ອ​ຮັບ​ໃຊ້​ໃຫ້​ແຂກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ຢູ່​ໃຈ​ກາງ​ນະ​ຄອນ ແທງ​ຮ໋​ວາ, ບ່ອນ​ຈະ​ຈັດ​ຕັ້ງ​ພິ​ທີ​ໄຂ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2015, ວຽກ​ງານ​ກະ​ກຽມ​ພວມ​ໄດ້​ຮັບ​ການ​ຜັນ​ຂ​ະ​ຫຍາຍ​ຖືກ​ກັບ​ຄວາມ​ຄືບ​ໜ້າ, ຮັບ​ປະ​ກັນ​ໃຫ້​ຄ່ຳ​ຄືນ​ໄຂ​ງານ​ບຸນ​ຈະ​ເຮັດ​ໃຫ້​ຄວາມ​ງາມ​ຂອງ​ປະ​ເທດ​ຊາດ, ຊາວ ຫວຽດ​ນາມ ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ທ່ອງ​ທ່ຽວ​ຂອງ​ແຂວງ ແທງ​ຮ໋​ວາ ​ພົ້ນ​ເດັ່ນ​ຂຶ້ນ. ທ່ານ ຟ້າມ​ດັງ​ກ່​ວຽນ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ແທງ​ຮ໋​ວາ, ຮອງ​ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2015, ໃຫ້​ຮູ້​ວ່າ:

        “ມາ​ຮອດ​ຈຸດ​ເວ​ລານີ້, ວຽກ​ງານ​ກະ​ກຽມ​ໃຫ້​ແກ່​ພິ​ທີ​ໄຂ​ງານ​ບຸນ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຖືກ​ກັບ​ຄວາມ​ຄືບ​ໜ້າ, ແຜນ​ການ​ພວມ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສິ​ລະ​ປິນ​ກ່​ວາ 800 ຄົນ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ວຽກ​ງານ​ໂຄ​ສະ​ນາ​ເຜີຍ​ແຜ່, ໄດ້​ຮັບ​ການ​ຍູ້​ແຮງ​ຜ່ານຫຼາຍ​ຮູບ​ການ, ວຽກ​ງານ​​ພິ​ທີ​ການ, ພາ​ລະ​ທິ​ການ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຫຼັກ​ອະ​ນາ​ໄມດ້ານ​ສະ​ບຽງ​ອາ​ຫານ ກໍ່ໄດ້​​​ຮັບ​ການ​ກະ​ກຽມ​ຢ່າງ​ລະ​ອຽດ…”

        ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2015 - ​ຄາດ​ວ່າ, ແຂວງ ແທງ​ຮ໋​ວາຈະ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ກ່​ວາ 5 ລ້ານ​ເທື່ອ​ຄົນ​ດ້ວຍຍອດ​ລາຍ​ຮັບ​ຄາ​ດ​ວ່າ​ບັນ​ລຸ​ເກືອບ 200 ລ້ານ USD.


ຂ່າວ/ບົດ​ອື່ນ