ແຄ໋ງຮ່ວາ ມອບທຸງຊາດ, ຮູບປະທານໂຮ່ຈິມິນ ໃຫ້ປະຊາຊົນຊົນເຜົ່າສ່ວນໜ້ອຍ

ແຄ໋ງຮ່ວາ ມອບທຸງຊາດ, ຮູບປະທານໂຮ່ຈິມິນ ໃຫ້ປະຊາຊົນຊົນເຜົ່າສ່ວນໜ້ອຍ - ảnh 1
(ພາບປະກອບ)

(vovworld) - ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ​ແຂວງ​ແຄ໋ງຮ່ວາ ຫາ​ກໍ່​ມອບເກືອບ 1000 ​ທຸງຊາດ​, ຮູບ​ປະທານ​ໂຮ່ຈິ​ມິນ ໃຫ້​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ຢູ່ 2 ​ແຂວງ​ພູດ​ອຍ ​ແຄ໋ງ​ເຊີນ ​ແລະ ​ແຄ໋ງວິ້ງ. ນີ້​ແມ່ນ​ກິດ​ຈະ​ກຳ​ຊາວ​ໜຸ່ມ​ໂດຍ​ຄະ​ນະ​ຊາວ​ໜຸ່ມ​ແຂວງ​ແຄ໋ງຮ່ວາ ປຸກລະດົມ, ​ເຊິ່ງນອນ​ໃນ​ບັນດາການ​ເຄື່ອນ​ໄຫວ​ “ລະດູ​ແລ້ງ​ຂຽວ​ປີ 2013”. ອ້າຍ​ ໂຮ່ວັນ​ມື່ງ ​​ເລຂາ​ຄະນະຊາວ​ໜຸ່ມ​ແຄ໋ງຮ່ວາ ໃຫ້​ຮູ້​ວ່າ ວຽກ​ງານ​ດັ່ງກ່າວ​ມີ​ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ, ​ແມ່ນ​ວິ​ທີ​ເພື່ອ​ໂຄສະນາ​ໃຫ້​ພໍ່​ແມ່​ປະຊາຊົນ​ຈົດ​ຈຳ​ບຸນຄຸນ​ຂອງ​ປະທານ​ໂຮ່ຈິ​ມິນ ຕະຫຼອດ​ໄປ. ອ້າຍ​ຍັງ​ໃຫ້​ຮູ້​ວ່າ ຈະ​ສືບ​ຕໍ່​ບັນດາ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ເພື່ອ​ສະໜັບສະໜູນ​ຄອບຄົວ, ຊາວ​ເຜົ່າ​ສ່ວນ​ໜ້ອຍ ລ້ວນ​ແຕ່​ມີ​ທຸງຊາດ ​ແລະ ຮູບ​ຂອງ​ປະທານ​ໂຮ່ຈິ​ມິນ.
ຂ່າວ/ບົດ​ອື່ນ