ແຄ໊ງ​ຮ​ວ່າ ສູ້​ຊົນ​ບັນ​ລຸ​ລາຍ​ຮັບ 17.500 ຕື້​ດົ່ງ ໃນ​ຂົງ​ເຂ​ດ​ການ​ທ່ອງ​ທ່ຽວ ປີ 2021

(VOVWORLD) -ປີ 2021, ຂະແໜງທ່ອງທ່ຽວ ແຂວງແຄ໊ງຮວ່າ ສູ້ຊົນຕ້ອນຮັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດໃຫ້ໄດ້ 3,5 ລ້ານເທື່ອຄົນ ແລະ ທັງປີ ລາຍຮັບຂອງຂະແໜງທ່ອງທ່ຽວ ບັນລຸປະມານ 17.500 ຕື້ດົ່ງ.
ແຄ໊ງ​ຮ​ວ່າ ສູ້​ຊົນ​ບັນ​ລຸ​ລາຍ​ຮັບ 17.500 ຕື້​ດົ່ງ ໃນ​ຂົງ​ເຂ​ດ​ການ​ທ່ອງ​ທ່ຽວ ປີ 2021 - ảnh 1ດອນ ຕ່ຳ, ຍາຈາງ - ສະຖານທີ່ທ່ອງທ່ຽວຂອງແຂວງ ແຄ໊ງຮວ່າ (ພາບ: TTXVN)

ຄະນະກຳມະການປະຊາຊົນແຂວງ ແຄ໊ງຮວ່າ ຫາກໍ່ອະນຸມັດຜ່ານ ແຜນການປະຕິບັດໂຄງການເຄື່ອນໄຫວຂອງຂະແໜງທ່ອງທ່ຽວຂອງແຂວງ ປີ 2021, ດ້ວຍຈຸດປະສົງ ຕ້ອນຮັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດໃຫ້ໄດ້ 3,5 ລ້ານເທື່ອຄົນ ແລະ ທັງປີ ລາຍຮັບຂອງຂະແໜງທ່ອງທ່ຽວ ບັນລຸປະມານ 17.500 ຕື້ດົ່ງ. ຕາມນັ້ນແລ້ວ, ແຂວງແຄ໊ງຮວ່າ ສືບຕໍ່ເສີມຂະຫຍາຍບັນດາຜົນສຳເລັດ ແລະ ປະສົບການໃນການກະຕຸ້ນການທ່ອງທ່ຽວ “ຊາວ ຫວຽດນາມ ໄປທ່ອງທ່ຽວ ຢູ່ ຫວຽດນາມ”, ສຸມໃສ່ດຶງດູດການເຕີບໂຕຂອງຕະຫຼາດພາຍໃນ ແລະ ຕະຫຼາດສາກົນ. ໄປຄຽງຄູ່ກັນນັ້ນ, ຂະແໜງທ່ອງທ່ຽວ ແຂວງ ແຄ໊ງຮວ່າ ຈະເພີ່ມທະວີການຜັນຂະຫຍາຍການຮ່ວມສຳພັນພັດທະນາການທ່ອງທ່ຽວ ລະຫວ່າງ ແຄ໊ງຮວ່າ ກັບ ນະຄອນ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ ແລະ ແຂວງ ເລິມດົ່ງ; ຮ່ວມມືກັບບັນດາບໍລິສັດການບິນ ແລະ ຜັນຂະຫຍາຍວຽກງານໂຄສະນາຜ່ານບັນດາພາຫະນະການສື່ມວນຊົນ.


ຕອບກັບ

ຂ່າວ/ບົດ​ອື່ນ