ແງ່​ວັງ​ການ​ເຕີບ​ໂຕ​ເສດ​ຖະ​ກິດ ອາ​ເມ​ລິ​ກາ​ ມີ​ຄວາມ​ປະ​ເອີ​ບ​ໃຈ​ກ່​ວາ​ເກົ່າ

(VOVWORLD) - ຕາມໝາກຜົນຂອງການສຳຫຼວດໃນເດືອນຫຼ້າສຸດ ໂດຍ Bloomberg ປະຕິບັດ, ຄວາມໄວໃນການເຕີບໂຕປະຈຳປີໃນໄຕມາດທີ 1 ປີ 2021 ຄາດວ່າບັນລຸໄດ້ 4,8%, ໄວທົບ 2 ເທົ່າເມື່ອທຽບໃສ່ຄວາມຄາດຄະເນຂອງບັນດານັກເສດຖະກິດ ເມື່ອ 2 ເດືອນກ່ອນ.
ແງ່​ວັງ​ການ​ເຕີບ​ໂຕ​ເສດ​ຖະ​ກິດ ອາ​ເມ​ລິ​ກາ​ ມີ​ຄວາມ​ປະ​ເອີ​ບ​ໃຈ​ກ່​ວາ​ເກົ່າ - ảnh 1ພາບປະກອບ: AFP/TTXVN

ແງ່ຫວັງທີ່ພື້ນຖານເສດຖະກິດ ອາເມລິກາ ສົດໄສກ່າວຫຼາຍ ເມື່ອທຽບໃສ່ກັບການຄາດຄະເນທີ່ໄດ້ວາງອອກຍາມຕົ້ນເດືອນມັງກອນທີ່ຜ່ານມາ ຂະນະທີ່ວັນທີ 6 ມີນາ, ສະພາສູງປະເທດນີ້ ໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການກະຕຸ້ນເສດຖະກິດ ທີ່ມີມູນຄ່າ 1,9 ພັນຕື້ USD ພ້ອມກັບການຊຸກຍູ້ລະດັບການສັກວັກຊິນກັນໂຄວິດ - 19. ຕາມໝາກຜົນຂອງການສຳຫຼວດໃນເດືອນຫຼ້າສຸດ ໂດຍ Bloomberg ປະຕິບັດ, ຄວາມໄວໃນການເຕີບໂຕປະຈຳປີໃນໄຕມາດທີ 1 ປີ 2021 ຄາດວ່າບັນລຸໄດ້ 4,8%, ໄວທົບ 2 ເທົ່າເມື່ອທຽບໃສ່ຄວາມຄາດຄະເນຂອງບັນດານັກເສດຖະກິດ ເມື່ອ 2 ເດືອນກ່ອນ. ຍອດຜະລິດຕະພັນພາຍໃນກຸ່ມ ຄາດວ່າຈະເພີ່ມຂຶ້ນ 5,5%, ເພີ່ມຂຶ້ນ 4,1% ເມື່ອທຽບໃສ່ກັບຄາດຄະເນຂອງ ເດືອນມັງກອນ. ກ່າວຄຳເຫັນທີ່ການປ່ອນບັດຮັບຮອງເອົາຮ່າງກົດໝາຍວ່າດ້ວຍການກະຕຸ້ນເສດຖະກິດນີ້ຢູ່ສະພາສູງ, ທ່ານປະທານາທິບໍດີ Joe Biden ໄດ້ເຊີດຊູວ່າບ້ວງເງິນໜູນຊ່ວຍ ຈະແມ່ນກຳລັງໜູນໃຫຍ່ໃຫ້ແກ່ພື້ນຖານເສດຖະກິດ ເມື່ອສ້າງວຽກເຮັດງານທຳໃໝ່ນັບລ້ານວຽກ ແລະ ເພີ່ມຍອດຜະລິດຕະພັນພາຍໃນປະເທດຕື່ມອີກ 1 ພັນຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ