ແງ່ຫວັງຫຼາຍຢ່າງໃນການຮ່ວມມືລະຫວ່າງວິສາຫະກິດຂະໜາດກາງແລະໜ້ອຍຫວຽດນາມ-ສ.ເຊັກໂກ

ແງ່ຫວັງຫຼາຍຢ່າງໃນການຮ່ວມມືລະຫວ່າງວິສາຫະກິດຂະໜາດກາງແລະໜ້ອຍຫວຽດນາມ-ສ.ເຊັກໂກ - ảnh 1
(ແງ່ຫວັງຫຼາຍຢ່າງໃນການຮ່ວມມືລະຫວ່າງ
ວິສາຫະກິດຂະໜາດກາງແລະໜ້ອຍຫວຽດນາມ-ສ.ເຊັກໂກ)


(vovworld) –​ ວັນ​ທີ 17/02, ຢູ່ Praha, ສ.ເຊັກ​ໂກ, ສະ​ມາ​ຄົມ​ວ​ິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ໜ້ອຍ​ຫວຽດ​ນາມ ຫາກ​ໍ​ຈັດ​ກອງ​ປະ​ຊຸມ​ໂຕະ​ມົນ​ ​ແນະ​ນຳ​​ຕົນ​ເອງ​ດ້ວຍຜູ້​ຕາງ​ໜ້າ​ 40 ຄົນ​ທີ່​ມາ​ຈາກບັນ​ດາ​ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ ແລະ ບັນ​ດາ​ນັກ​ທຸ​ລະ​ກິດ​ເຊັກ​ໂກ ທີ່​ເ​ອົາ​ໃຈ​ໃສ່​ເຖິງ​ຕະ​ຫຼາດ​ຫວຽດ​ນາມ. ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ ໂຕ​ຮ່​ວາຍ​ນາມ, ຮອງ​ປະ​ທານ, ທັງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ໜ້ອຍ​ຫວຽດ​ນາມ, ໄດ້​​ແນະ​ນຳ​ກ່ຽວ​ກັບ​ບັນ​ດາ​ການ​ປ່ຽນ​ແປ່ງ​ຢ່າງ​ຕັ້ງ​ໜ້າ​ຫວ່າງ​ແລ້ວນີ້​ຂອງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ຢູ່​ຫວຽດ​ນາມ, ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາວ​ິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ໜ້ອຍ​ຂອງ​ຫວຽດ​ນາມ ແລະ ຄວາມ​ສາ​ມາດ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ 2 ປະ​ເທດ.

      ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ Vaclav Aubrecht, ປະ​ທານ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ສ.ເຊັກ​ໂກ ໃຫ້​ຂໍ້​ສັງ​ເກດ​ວ່າ, ດ້ວຍ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ​ພັດ​ທະ​ນາ​ທີ່​ໃຫຍ່​ຫຼວ​ງ, ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​​ທີ່​ວິ​ສາ​ຫະ​ກິດ​ເຊັກ​ໂກ ​ສົນ​ໃຈໃນ​ຍຸດ​ທະ​ສາດ​ພັດ​ທະ​ນາ​ການ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ຕົນ​ຢູ່​ອາ​ຊ​ີ.

      ເນື່ອງ​ໃນ​ໂອ​ກາດນີ້, ຜູ້​ຕາງ​ໜ້າ​​ສະ​ຫະສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ຂະ​ໜາດ​ກາງ ແລະ ໜ້ອຍ​ຂອງ​ຫວຽດ​ນາມ ໄດ້​ລົງ​ນາມ​ໃນ​ບັນ​ດາ​ເອ​ກະ​ສານ​ກຳ​ນົດ​ທິດ​ຮ່ວມ​ມື​ກັບ​ຜູ້​ຕາງ​ໜ້າ​ຝ່າຍ​ສ.ເຊັກ​ໂກ, ໃນ​ນັ້ນ​ຊຸມ​ໃສ່​ບຸ​ລິ​ມະ​ສິດ​ແກ່​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ, ກໍ່​ສ້າງວິ​ຊາ​ຊີບ, ຜະ​ລິດ​ກົນ​ຈັກ, ຜະ​ລິດ​ກະ​ສິ​ກຳ ແລະ ໂຄ​ສະ​ນາ​ເຄື່ອງ​ໝາຍ​ການ​ຄ້າ.

ຂ່າວ/ບົດ​ອື່ນ