ແງ່ຫວັງອັນດີງາມໃນການພົວພັນຮ່ວມມືດ້ານເສດຖະກິດ-ການຄ້າລະຫວ່າງ ຫວຽດນາມ ແລະ ແບນຊິກ

(VOVWORLD) - ວັນທີ 8 ພະຈິກ, ຢູ່ທ່າກໍ່າປັ່ນ Anvers, ປະເທດແບນຊິກ ໄດ້ດໍາເນີນ ເວທີປາໄສວິສາຫະກິດຫວຽດນາມ - Flanders ດ້ວຍຈຸດປະສົງ ສະໜອງຂໍ້ມູນຂ່າວ ຢ່າງຄົບຖ້ວນກ່ຽວກັບບັນດາກາລະໂອກາດລົງທຶນ ແລະ ດໍາເນີນທຸລະກິດ ເຊິ່ງ ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ແລະ ສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA) ຈະນໍາມາເຊິ່່ງຜົນປະໂຫຍດຕໍ່ບັນດາວິສາຫະກິດແບນຊິກ ເມື່ອສອງຝ່າຍໃຫ້ສັດຕະຍາບັນ.
ແງ່ຫວັງອັນດີງາມໃນການພົວພັນຮ່ວມມືດ້ານເສດຖະກິດ-ການຄ້າລະຫວ່າງ ຫວຽດນາມ ແລະ ແບນຊິກ - ảnh 1 ທ່ານຫວູດ້າຍຖັ໊ງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ກ່າວຄໍາເຫັນທີ່ເວທີປາໄສ (ພາບ: TTXVN)

        ທີ່ເວທີປາໄສຄັ້ງນີ້, ບັນດາວິສາຫະກິດແບນຊິກ ໄດ້ຮັບຊາບຂໍ້ມູນຢ່າງຄົບຖ້ວນ ແລະ ຮອບດ້ານ ກ່ຽວກັບບັນດາກາລະໂອກາດລົງທຶນ ແລະ ການຮ່ວມມືດໍາເນີນທຸລະກິດ, ການຄ້າ ຢູ່ ຫວຽດນາມ ເມື່ອ ສັນຍາ EVFTA ແລະ  EVIPA ມີຜົນສັກສິດ.

        ສິ້ນສຸດເວທີີປາໄສ, ບັນດານັກບັນລະຍາຍ ແລະ ຜູ້ຕາງໜ້າບັນດາວິສາຫະກິດລ້ວນແຕ່ເຫັນດີເປັນເອກະພາບວ່າ ເມື່ອ 2 ສັນຍາດັ່ງກ່າວໄດ້ຮັບການໃຫ້ສັດຕະຍາບັນແລ້ວ ຈະນໍາມາເຊິ່ງກາລະໂອກາດດໍາເນີນທຸລະກິດທີ່ດີສໍາລັບບັນດາວິສາຫະກິດສອງຝ່າຍ ແລະ ເຂົາເຈົ້າຕ້ອງກະກຽມແຫຼ່ງກໍາລັງ ແລະ ຊັບພະຍາກອນມະນຸດ ເພື່ອກໍາແໜ້ນກາລະໂອກາດ, ສິ່ງດັ່ງກ່າວ ຈະຊ່ວຍເຮັດໃຫ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ແບນຊິກ ເລິກເຊິ່ງຂຶ້ນຕື່ມ ແລະ ຮອບດ້ານກວ່າເກົ່າ.

        ໃນຂອບເຂດຂອງເວທີປາໄສດັ່ງກ່າວ ໄດ້ດໍາເນີນພິທີລົງນາມໃນຈົດໝາຍສະແດງເຈດຈໍານົງການຮ່ວມມືມິດຕະພາບລະຫວ່າງກະຊວງຄົມມະນາຄົມຂົນສົ່ງ ຫວຽດນາມ ແລະ ກະຊວງໂຍທາທິການຄົມມະນາຄົມ ເຂດ Flanders ໄລຍະ 2020 – 2022.

ຕອບກັບ

ຂ່າວ/ບົດ​ອື່ນ