ແຈ້ງການຂອງກອງະປະຊຸມຄັ້ງທີ 12 ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ 13

ແຈ້ງການຂອງກອງະປະຊຸມຄັ້ງທີ 12 ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ 13 - ảnh 1

(ພາບ:baohaiquan.vn)

(TTXVN)- ຕອນເຊົ້າວັນ​ທີ 18/10, ​ຄະ​ນະ​ປະຈຳ​ສະພາ​ແຫ່ງ​ຊາດໄດ້​ດຳ​ເນີນ​ວາລະ​ອັດ​ກອງ​ປະຊຸມ​ ​ແລະ ອອກ​ແຈ້ງ​ການ. ທີ່​ວາລະ​ປະຊຸມ​ຄັ້ງນີ້, ​ຄະ​ນະ​ປະຈຳ​ສະພາ​ແຫ່ງ​ຊາດໄດ້ໃຫ້​ຄຳ​ເຫັນ​ກ່ຽວ​ກັບບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ​ແຜນ​ງົບປະມານ​ແຫ່ງ​ລັດ​ປີ 2012; ທິດ​ທາງ, ໜ້າ​ທີ່ ​ແລະ ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ​ແຜນ​ງົບປະມານ​ແຫ່ງ​ລັດ​ ​ແລະ ການຈັດ​ແບ​ງງົບປະມານ​ສູນ​ກາງປີ 2013. ຄະ​ນະ​ປະຈຳ​ສະພາ​ແຫ່ງ​ຊາດ​ເຫັນ​ດີ​ເປັນ​ເອກະສັນ​ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ແລະ ​ເພີ່ມ​ເຕີມ, ​ໃບ​ຍື່ນ​ສະ​ເໜີ ​ແລະ ຮ່າງ​ມະຕິ​ການຈັດຕັ້ງ​ຮັບເອົາ​ຄຳ​ເຫັນຂອງ​ປະຊາຊົນ​ກ່ຽວ​ກັບຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງຂອງ​ຄະ​ນະ​ຮຽບຮຽງ​ປັບປຸງລັດຖະທຳ​ມະນູນ ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 4. ຄະ​ນະ​ປະຈຳ​ສະພາ​ແຫ່ງ​ຊາດໄດ້ໃຫ້​ຄຳ​ເຫັນ​ກ່ຽວ​ກັບຮ່າງ​ກົດໝາຍ 3 ສະບັບ​ທີ່​ຈະ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ເພື່ອ​ຮັບຮອງ​ເອົາ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 4, ຊື່ງ​ລວມມີ: ກົດໝາຍ​ວ່າດ້ວຍ​ນະຄອນຫຼວງ, ກົ​ດໝາຍວ່າ​ດ້ວຍ​ສະຫະກອນ (ສະບັບ​ປັບປຸງ), ກົດໝາຍວ່າ​ດ້ວຍ​ການ​ປັບປຸງ ​ແລະ ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົ​ດໝາຍວ່າ​ດ້ວຍໄຟຟ້າ. ຄະ​ນະ​ປະຈຳ​ສະພາ​ແຫ່ງ​ຊາດໄດ້ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ໃບ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງຊາດ​ກ່ຽວ​ກັບ​ມະຕິ​ວ່າ​ດ້ວຍຂັ້ນຕອນ, ລະບຽບ​ການ, ວິທີ​ການຮັບ​ເອົາ​ບັດ​ໄວ້​ວາງ​ໃຈ, ປ່ອນບັດ​ໄວ້​ວາງ​ໃຈສຳລັບ​ຜູ້​ດຳລົງ​ຕຳ​ແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ເລືອກ​ຕັ້ງຫລື​ໃຫ້​ສັດຕະຍາ​ບັນ. ຄະ​ນະ​ປະຈຳ​ສະພາ​ແຫ່ງ​ຊາດ​ເຫັນ​ດີ​ເປັນ​ເອກະສັນ​ກ່ຽວ​ກັບ​​ໃບຍື່ນສະ​ເໜີ ​ແລະ ຮ່າງ​ມະຕິ​ເພື່ອ​ແນ​ໃສ່​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງທີ 4 ​ແລະ ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປະຕິ​ຮູບ​, ປ່ຽນ​ແປງ​ໃໝ່ຈຳນວນ​ໜຶ່ງ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ; ພອ້ມທັງ​ຫັນ​ບັນດາ​ຂໍ້​ກຳນົດ​​ຂອງ​ລັດຖະທຳ​ມະນູນ ​ແລະ ກົດໝາຍ​ປະກາດ​ໃຊ້​ໃນ​ປະຈຸ​ບັນເປັນ​ລະອຽດ, ປະກອບສ່ວນ​ນຳ​ບັນດາ​ຂໍ້ກຳນົດ​ນີ້​ເຂົ້າສູ່​ຊີວິດ​ຕົວ​ຈິງ.

ຂ່າວ/ບົດ​ອື່ນ