ແຈ້ງການພິເສດກ່ຽວກັບພິທີງານສົບອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂດເມື່ອຍ

(VOVWORLD) - ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດແຫ່ງ ສສ. ຫວຽດນາມ, ປະທານປະເທດແຫ່ງ ສສ.ຫວຽດນາມ, ລັດຖະບານແຫ່ງ ສສ. ຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຂໍແຈ້ງການເສົ້າສະຫຼົດໃຈ: 
ແຈ້ງການພິເສດກ່ຽວກັບພິທີງານສົບອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂດເມື່ອຍ - ảnh 1

ທ່ານ ໂດເມື່ອຍ ເກີດວັນທີ 02/02/1917 ຢູ່ຕາແສງ ດົງໝີ, ເມືອງ ແທງຈີ່, ນະຄອນ ຮ່າໂນ້ຍ. ເຂົ້າຮ່ວມການເຄື່ອນໄຫວປະຕິວັດໃນປີ 1936; ເຂົ້າເປັນສະມາຊິກພັກກອມມູນິດ ຫວຽດນາມ ເດືອນ 6/1939. ອະດີດ: ກຳມະການສຳຮອງຄະນະບໍລິຫານງານສູນກາງພັກຊຸດທີ II; ກຳມະການຄະນະບໍລິຫານງານສູນກາງພັກຊຸດທີ III, IV, V, VI, VII, VIII; ກຳມະການສຳຮອງກົມການເມືອງຊຸດທີ IV; ກຳມະການກົມການເມືອງຊຸດ V, VI, VII, VIII; ຄະນະປະຈຳຄະນະເລຂາທິການຊຸດທີ VI; ປະທານສະພາລັດຖະມົນຕີ (ປັດຈຸບັນແມ່ນນາຍົກລັດຖະມົນຕີ) ແຫ່ງ ສສ. ຫວຽດນາມ (ແຕ່ເດືອນ 6/1988 - ເດືອນ 6/1991); ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ (ແຕ່ເດືອນ 6/1991 - ເດືອນ 12/1997); ທີ່ປຶກສາຄະນະບໍລິຫານສູນກາງພັກກອມມູນິດ ຫວຽດນາມ (ແຕ່ປີ 1997 - 2000). ສະມາຊິກສະພາແຫ່ງຊາດຊຸດທີ, II, IV, V, VI, VII, VIII ແລະ IX.

        ພາຍຫລັງເປັນພະຍາດຮ້າຍແຮງມາໄດ້ໄລຍະໜຶ່ງ, ເຖິງວ່າພັກ, ລັດ, ໝູ່ຄະນະສາດສະດາຈານ, ແພດໝໍໄດ້ປິ່ນປົວຈົນສຸດຄວາມສາມາດ, ຄອບຄົວໄດ້ເອົາໃຈໃສ່ເບິ່ງແຍງດູແລສຸດຈິດສຸດໃຈກໍ່ຕາມ, ແຕ່ຍ້ອນອາຍຸສູງ, ການເຈັບເປັນຂອງທ່ານແມ່ນໜັກໜ່ວງຮ້າຍແຮງ, ທ່ານ ໂດເມື່ອຍ ໄດ້ສິ້ນລົມຫາຍໃຈໃນເວລາ 23 ໂມງ 12 ນາທີຂອງວັນທີ 01 ຕຸລາ 2018 ຢູ່ໂຮງໝໍສູນກາງກອງທັບ 108, ຮ່າໂນ້ຍ.

        ໃນກ່ວາ 80 ປີເຄື່ອນໄຫວປະຕິວັດ, ທ່ານ ໂດເມື່ອຍ ໄດ້ມີການປະກອບສ່ວນຢ່າງໃຫຍ່ຫລວງຕໍ່ພາລະກິດການປະຕິວັດອັນສະຫງ່າລາສີຂອງພັກ ແລະ ຂອງຊາດ. ທ່ານໄດ້ຮັບຫຼຽນໄຊດາວຄຳ, ກາໝາຍອາຍຸພັກ 80 ປີ ແລະ ຫຼຽນໄຊ, ຫຼຽນກາອັນສູງສົ່ງຫຼາຍຫຼຽນຈາກພັກ, ລັດ.  ທ່ານໄດ້ຈາກໄປແມ່ນຄວາມສູນເສຍຢ່າງໃຫຍ່ຫຼວງຕໍ່ກັບພັກ, ລັດ ແລະ ປະຊາຊົນ ຫວຽດນາມ.

       ເພື່ອສະແດງຄວາມອາໄລຮັກທ່ານ ໂດເມື່ອຍ, ຄະນະບໍລິຫານງານສູນກາງພັກກອມມູ ນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ສສ ຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຕົກລົງເຫັນດີຈັດຕັ້ງພິທີງານສົບທ່ານ ໂດເມື່ອຍ ດ້ວຍພິທີລະດັບຊາດ.

        ຄະນະຈັດຕັ້ງງານສົບອະດີດເລຂາທິການໃຫຍ່ ໂດເມື່ອຍ ລວມມີສະມາຊິກ 39 ທ່ານ, ໂດຍທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ເປັນຫົວໜ້າຄະນະ.

        ພິທີໄວ້ອາໄລອະດີດເລຂາທິການໃຫຍ່ ໂດເມື່ອຍ ຈະເລີ່ມແຕ່ເວລາ 7 ໂມງ 00 ນາທີຂອງວັນທີ 06 ຕຸລາ ຫາ 07 ໂມງ 30 ນາທີຂອງວັນທີ 07 ຕຸລາ ຢູ່ຫໍທຳພິທີງານສົບລະດັບຊາດເລກທີ 5 ຖະໜົນ ເຈິ່ນແທ໊ງຕົງ, ຮ່າໂນ້ຍ.

        ພິທີໄວ້ອາໄລເຄົາລົບສົບຈະໄດ້ຈັດຂຶ້ນໃນເວລາ 9 ໂມງ 00 ນາທີຂອງວັນທີ 07 ຕຸລາ ຢູ່ຫໍທຳພິທີງານສົບລະດັບຊາດ. ພິທີປົງສົບຈະໄດ້ຈັດຂຶ້ນແຕ່ເວລາ 13 ໂມງ 00 ນາທີຂອງວັນດຽວກັນຢູ່ບ້ານເກີດ, ຕາແສງ ດົງໝີ, ເມືອງ ແທງຈີ່, ນະຄອນ ຮ່າໂນ້ຍ.  

        ແລະກໍ່ໃນໄລຍະເວລານີ້, ຢູ່ຫໍປະຊຸມ ທົງເຍີ໊ດ ນະຄອນ ໂຮ່ຈີມິນ ກໍ່ຈະຈັດຕັ້ງພິທີໄວ້ອາໄລ, ຈາລືກບຸນຄຸນຂອງທ່ານ ໂດເມື່ອຍ

      ໃນສອງວັນໄວ້ທຸກລະດັບຊາດ (ວັນທີ 06 – 07 ຕຸລາ 2018), ບັນດາອົງການ, ສຳນັກງານ, ສະຖານທີ່ສາທາລະນະຈະຕ້ອງຫລຸດທຸງລົງເຄິ່ງເສົາ ແລະ ບໍ່ໄດ້ຈັດຕັ້ງການເຄື່ອນໄຫວລະຫຼິ້ນບັນເທິງຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ