ແຈ້ງ​ການ​ສື່ມວນ​ຊົນ​ຮ່ວມ​ກ່ຽວ​ກັບໝາກ​ຜົນ​ຂອງ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ກາ​ຊັກ​ສະ​ຖານ

(VOVWORLD) - ໃນຂອບເຂດການຢ້ຽມຢາມ, ສອງປະເທດໄດ້ເຊັນເອກະສານຮ່ວມມືຫຼາຍສະບັບໃນບັນດາຂົງເຂດຄື: ແຜນການກະທຳຮ່ວມເພື່ອແນໃສ່ຊຸກຍູ້ການຮ່ວມມືເສດຖະກິດ - ການຄ້າ, ການລົງທຶນ, ການທ່ອງທ່ຽວ.
ແຈ້ງ​ການ​ສື່ມວນ​ຊົນ​ຮ່ວມ​ກ່ຽວ​ກັບໝາກ​ຜົນ​ຂອງ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ກາ​ຊັກ​ສະ​ຖານ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ທ່ານປະທານາທິບໍດີ ສ.ກາຊັກສະຖານ Kassym-Jomart Tokayev

ໂດຍໄດ້ຮັບການເຊື້ອເຊີນຂອງ ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ທ່ານປະທານາທິບໍດີ ສ.ກາຊັກສະຖານ Kassym-Jomart Tokayev ໄດ້ມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 20 – 22 ສິງຫາ. ແຈ້ງການສື່ມວນຊົນຮ່ວມ ປະກາດໃນວັນທີ 21 ສິງຫາ ໃຫ້ຮູ້ວ່າ: ໃນຂອບເຂດການຢ້ຽມຢາມ, ທ່ານປະທານາທິບໍດີ Kassym-Jomart Tokayev ໄດ້ພົບປະກັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ, ພົບປະເຈລະຈາກັບທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ພົບປະກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ຢ້ຽມຢາມ ບາງຮາກຖານເສດຖະກິດ, ວັດທະນະທຳຢູ່ແຂວງ ບັກນິງ ແລະ ຫາຍເຢືອງ.

ຢູ່ການພົບປະເຈລະຈາ, ທ່ານປະທານປະເທດ ຫວໍວັນເຖືອງ ແລະ ທ່ານປະທານາທິບໍດີ Kassym-Jomart Tokayev ໄດ້ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະທຸກຂັ້ນ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ ແລະ ການຄ້າ, ເຫັນດີເປັນເອກະພາບສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດສອງປະເທດສຳຜັດກັບຕະຫຼາດຂອງກັນ ແລະ ພິຈາລະນາຄວາມສາມາດນຳໃຊ້ບັນດາກົນໄກທີ່ມີປະສິດທິຜົນເພື່ອຮັບປະກັນດ້ານການຄ້າ ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ລວມມີບັນດາມາດຕະການຍົກສູງກຳລັງຄວາມສາມາດໃນການຂົນສົ່ງສິນຄ້າ ດ້ວຍຕູ້ ຄອນເຄນເນີ ຈາກກາຊັກສະຖານໄປຍັງ ຫວຽດນາມ ແລະ ກົງກັນຂ້າມ. ສອງຝ່າຍກໍ່ໄດ້ປຶກສາຫາລືກ່ຽວກັບບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຄື: ການທ່ອງທ່ຽວ, ເຕັກໂນໂລຢີຂໍ້ມູນຂ່າວສານ, ກະສິກຳ, ການຂົນສົ່ງ ແລະ logistics; ການສຶກສາ, ວັດທະນະທຳ, ວິທະຍາສາດ, ກິລາ ແລະ ການແພດ.

ໃນຂອບເຂດການຢ້ຽມຢາມ, ສອງປະເທດໄດ້ເຊັນເອກະສານຮ່ວມມືຫຼາຍສະບັບໃນບັນດາຂົງເຂດຄື: ແຜນການກະທຳຮ່ວມເພື່ອແນໃສ່ຊຸກຍູ້ການຮ່ວມມືເສດຖະກິດ - ການຄ້າ, ການລົງທຶນ, ການທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ