ແທງຮ໋ວາ ກະກຽມຢ່າງຮຽບຮ້ອຍໃຫ້ວັນບຸນໃຫຍ່

ແທງຮ໋ວາ ກະກຽມຢ່າງຮຽບຮ້ອຍໃຫ້ວັນບຸນໃຫຍ່ - ảnh 1
(ພາບປະກອບ)

(vovworld) – “ສັບ​ປະດາ​ໄຂ​ປີ​ທ່​ອງທ່ຽວ​ແຫ່ງ​ຊາດ 2015”, ຈະ​ດຳ​ເນີນ​ໄປ​ຢູ່​ແຂວງ ແທງ​ຮ໋ວາ ​ໃນ​ລະຫວ່າງ​ວັນ​ທີ 03 – 10/04. ດ້ວຍ 10 ​ເຫດການ​ທີ່​ພົ້ນ​ເດັ່ນ. ​ແຂວງແທງ​ຮ໋ວາ ​ຫວັງ​ວ່າ, ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ສັບປະດາ​ໄຂ​ວັນ​ບຸນ ຈະ​ສ້າງ​ບັນດາ​ຂີດ​ໝາຍ​ທີ່​ດີ, ສ້າງ​ບັນຍາກາດ​ທີ່​ຟົດ​ຟື້ນມ່ວນ​ຊື່ນ, ນຳ​ມາ​ເຊິ່ງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ແຂກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ ​ແລະ ສາກົນ ກ່ຽວ​ກັບ​ພາບ​ພົດ​ແຂວງ ແທງ​ຮ໋ວາ ​​ແຜ່ນດິນ​ທີ່​ສັກກະ​ລະ​ບູຊາ, ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການ​ທ່ອງ​ທ່ຽວ, ​ໃກ້ຊິດ​ສະໜິດ​ສະໜົມ ​ແລະ ຮັກ​ແພງ​ແຂກ​ຄົ​ນ. ​ພິທີ​ໄຂ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2015, ​ຖືກດຳ​ເນີນ​ໄປ​ໃນ​ຕອນ​ຄໍ່າ​ວັນ​ທີ 03/04, ຢູ່​ສະໜາມ​ຫຼວງ ລາມ​ເຊີນ, ນະຄອນແທງ​ຮ໋ວາ. ​ໃນ​ໂອກາດ​ໄຂ​ປີ​ທ່ອງ​ທ່ຽວ, ແທງ​ຮ໋ວາ ຍັງ​ຈັດຖະໜົນດອກ​ໄມ້ ​​ເລ​​ເລີຍ, ງານ​ວາງສະ​ແດງ “​ແທງ​ຮ໋ວາ ​ເຂດ​ມໍລະດົກ”…

ຂ່າວ/ບົດ​ອື່ນ