ແນ່ນອນວ່າIPU132ຈະປະສົບຜົນສຳເລັດແລະສ້າງຂີດໝາຍອັນເລິກເຊິ່ງ

ແນ່ນອນວ່າIPU132ຈະປະສົບຜົນສຳເລັດແລະສ້າງຂີດໝາຍອັນເລິກເຊິ່ງ - ảnh 1
(ພາບປະກອບ)

 (vovworld)- ​​ຕອນ​ເຊົ້າ​ວັນ​ທີ 25/3, ທີ່​ການ​ຕ້ອນ​ຮັບ​ປະ​ທານ IPU Saber Choudhury ມາ​​ຫວຽດ​ນາມ​ເຂົ້າ​ຮ່ວມ IPU 132, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ສະ​ຫນັບ​ສະ​ຫນູນ, ຫນູນ​ຊ່ວຍ​ຂອງ IPU ເພື່ອ​ໃຫ້​ຫວຽດ​ນາມ ເປັນ​ເຈົ້​າ​ພາບຈັດ​ຕັ້ງ IPU 132 ພ້ອມ​ທັງ​ເຊື່ອ​ໝັ້ນ​ວ່າ: IPU 132 ຈະ​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ເນັ້ນ​ຫນັກ​ວ່າ: ຜ່ານ​ຫົວ​ເລື່ອງ​ຕົ້ນ​ຕໍ​ຂອງ IPU 132 ແມ່ນ “ບັນ​ດາ​ຈຸດ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ-ຫັນ​ຄຳ​ເວົ້າ​ເປັນ​ການ​ກະ​ທຳ”, ຫວຽດ​ນາມ ປາດ​ຖະ​ຫນາ​ຢາກ​ພ້ອມ​ກັບ​ປະ​ຊາ​ຄົມ​ໂລກ, ລັດ​ຖະ​ສະ​ພາ​ບັນ​ດາ​ປະ​ເທດ ສ້າງ​ໂລ​ກ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ບັນ​ດາ​ວາ​ລະ​ປະ​ຊຸມ​ທີ່ກອງ​ປະ​ຊຸ​ມ​ໃຫຍ່ ຈະ​ປະ​ສົບ​ຜົນ​ສຳ​ເລັດ ຖ້າ​ຫາກ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ບັນ​ລຸ​ຄວາມ​ເຫັນ​ດີ​ສູງ​ໃນ​ບັນ​ດາ​ມະ​ຕິ ແລະ ໝາກ​ຜົນ​ນັ້ນ ຈະ​ສະ​ແດງ​ໃຫ້​ເຫັນ​ໃນ​ຖະ​ແຫລງ​ການ​ຂອງກອງ​ປະ​ຊຸມ​ໃຫຍ່. ນີ້​ແມ່ນ​ພື້ນ​ຖານ​ເພື່ອ​ໃຫ້​ລັດ​ຖະ​ສະ​ພາ​ບັນ​ດາ​ປະ​ເທດ​ພ້ອມ​ກັນ​ເຂົ້າ​ຮ່ວມ​ບັນ​ດາ​ບັນ​ຫາ​ທົ່ວ​ໂລ​ກ​ຄື: ລົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ, ຮັກ​ສາ​ແຫລ່​ງ​ນ້ຳ, ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ສັນ​ຕິ​ພາບ. ທ່ານ​ປະ​ທານ IPU Saber Choudhury ຖື​ວ່າ: ບັນ​ດາ​ຫົວ​ເລື່ອງ​ໄດ້​ຮັບ​ການ​ປຶກ​ສາ​ຫາ​ລື​ທີ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ນີ້​ແມ່ນ​ບັນ​ດາ​ເນື້ອ​ໃນ​ອຸ​ດົມ​ສົມ​ບູນ ແລະ ແທດ​ຈິງ, ໃນ​ນັ້ນ ເຕື້ອງ​ເຖິງ​ຫລາຍ​ບັນ​ຫາ​ສຳ​ຄັນ. ທ່ານ​ປະ​ທານ IPU ເຊື່ອ​ໝັ້ນ​ວ່າ: ກອງ​ປະ​ຊຸມ​ໃຫຍ່ IPU 132  ຊື່ງ​ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈ​ັດ​ຕັ້ງ ຈະ​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ, ສ້າງ​ຂີດ​ໝາຍ​ປ​ະ​ທັບ​ໃຈ​ສຳ​ລັບ​ຜູ້​ແທນແຕ່​ລະ​ຄົນ​ບໍ່​ພຽງ​ແຕ່​ກ່ຽວ​ກັບ​ການ​ກະ​ກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ, ຄວາມ​ຮັກ​ແພງ​ແຂກ​ຄົນ​ຂອງ​ປະ​ເທດ​ເຈົ້າ​ພາບເທົ່າ​ນັ້ນ ຫາກຍັງມີ​ບັນ​ດາ​ຄຳ​ຕັດ​ສິນ​ມີ​ຄວາມ​ໝາຍ​ແທດ​ຈິງ​ຂອງ IPU 132 ທີ່​ມີ​ຕໍ່​ປະ​ຊາ​ຄົມ​ໂລກ​ອີກ​ດ້ວຍ.

 

 

 

 

ຂ່າວ/ບົດ​ອື່ນ