ແນວໂຮມປະເທດຊາດ ຕ້ອງເສີມຂະຫຍາຍບົດບາດຂອງສະພາທີ່ປຶກສາກວ່າອີກ

 

ແນວໂຮມປະເທດຊາດ ຕ້ອງເສີມຂະຫຍາຍບົດບາດຂອງສະພາທີ່ປຶກສາກວ່າອີກ - ảnh 1
ທ່ານ ຮູ່ນດ໋າມ ປະ​ທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ
ພາບ:internet


(vovworld) - ຕອນ​ເຊົ້າ​ວັນ​ທີ 7/12 ຢູ່ ຮ່າ​​ໂນ້ຍ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຍົກ​ຄຳ​ເຫັນ, ຂໍ້ສ​ະ​ເຫ​ນີຂອງ​ປະຊາຊົນ. ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ຖື​ວ່າ: ​​ໄລຍະ​ຜ່ານ​ມາ ຍາມ​ໃດບັນດາ​ສະພາ​ທີ່​ປຶກສາ​ຂອງ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ເປັນ​ເອກະ​ພາບ​ໃນ​ການ​ເຄື່ອນ​ໄຫວ, ​ໃກ້ຊິດຕິດ​ແທດ​ກັບ​ພາລະ​ບົດບາດ, ຫນ້າ​ທີ່​​ ທີ່​ປຶກສາ; ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ, ນະ​ໂຍບາຍ​ເສດຖະ​ກິດ, ຮັບປະກັນ​ຊີວິດ​ສັງຄົມ. ຕາມ​ທ່ານ ຫງວຽນ​ຕຸກ (Nguyễn Túc) ປະທານ​ສະພາ​ທີ່​ປຶກສາ​ກ່ຽວກັບ​ວັດທະນະທຳ ສັງຄົມ, ສັງກັດ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແລ້ວ, ​ເພື່ອ​ໃຫ້​ບັນດາ​ສະພາ​ທີ່​ປຶກສາ​ເຮັດ​ວຽກ​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ ບົດບາດ​ຂອງ​ການ​ນຳ​ແນວ​ໂຮມ​ປະ​ເທດ​ຊາດ​ແມ່ນ​ສຳຄັນ​ທີ່​ສຸດ.

        “​ໃນ​ສະພາບ​ປະຈຸ​ບັນ, ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ ການ​ນຳ​ຫລັກ​ແຫ​ລ່ງຂອງ​​ແນວ​ໂຮມ​ປະ​ເທດ​ຊາດ ຕ້ອງ​ກ້າ​ຫານ​ໃນ​ການປະ​ເຊີນ​ຫນ້າ​ກັບ​ສິ່ງ​ທ້າ​ທາຍ​ຂອງ​ກົນ​ໄກ​ການ​ຕະຫລາດ. ການ​ນຳ​ເຮັດ​ໄດ້​ຄື​ແນວ​ນັ້ນ ວຽກ​ງານ​ພິຈາລະນາ​ສອ່ງ​ແສງ​ສັງຄົມ​ຈຶ່ງ​ປະຕິບັດ​ໄດ້.”

 

 

ຂ່າວ/ບົດ​ອື່ນ