ແນວໂຮມປະເທດຊາດ ແລະ VOV ພົບປະກັບ ຊາວຫວຽດນາມອາໄສຢູຕ່າງປະເທດໃນໂອກາດບຸນປີໃໝ່

ແນວໂຮມປະເທດຊາດ ແລະ VOV ພົບປະກັບ ຊາວຫວຽດນາມອາໄສຢູຕ່າງປະເທດໃນໂອກາດບຸນປີໃໝ່ - ảnh 1
(ທ່ານຫວູຫາຍ, ຮອງ​ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ​ຫວຽດນາມ
​ພົບ​ປະກັບ​​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ)

(vovworld) – ​ຕອນ​ເຊົ້າ​ວັນ​ທີ 3/2, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຕ້ອນຮັບ​ຄະນະ​ຜູ້​ແທນ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ທີ່​ກັບ​ເມືອ​ບ້ານ​ເກີດ​ເມືອງ​ນອນ​​ໃນ​ໂອກາດ​ບຸນປີ​ໃໝ່​ປີ​ມະ​ເສ​ງ 2013. ນະ​ທີ່​ນີ້, ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ລາມ ​ເນັ້ນ​ໜັກ​ວ່າ: ”ພັກ, ລັດ ​ແລະ ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ຍາມ​ໃດ​ກໍ່​ຢືນຢັນ​ວ່າ ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແມ່ນ​ພາກສ່ວນ​ທີ່​ບໍ່​ອາດ​ຕັດ​ແຍກ​ອອກ​ຈາກປະຊາ​ຄົມ​ບັນດາ​ເຜົ່າ​ຫວຽດນາມ​ໄດ້, ​ແມ່ນ​ປັດ​ໃຈ​ສຳຄັນ ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື, ມິດຕະພາບ​ລະຫວ່າງ​ຫວຽດນາມ ​ກັບປະ​ເທດ​ຕ່າງໆ​ຢູ່​ໃນ​ໂລກ”.

​ແລະ​ກໍ່ໃນ​ຕອນ​ເຊົ້າ​ວັນ​ທີ 3/2, ຢູ່​ສູນ​ກະຈາຍສຽງ​ແຫ່ງ​ຊາດ, 58 ຖະໜົນ ກວ໋ານຊື໋ ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ງານ​ພົບ​ປະລະ​ຫວ່າງ​ການ​ນຳ ວິທະຍຸ​ກະຈາຍສຽງ​ຫວຽດນາມ (VOV) ກັບ​ບັນດາ​ຜູ້​ແທນ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ, ​ເນື່ອງ​ໃນ​ໂອກາດ​ບຸນປີ​​ໃໝ່ ປີ​ມະ​ເສ​ງ 2013 ດ້ວຍ​ຫົວ​ຂໍ້​ວ່າ: “ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ກັບ​ວຽກ​ງານ​ຮັກສາ​ສີສັນ​ວັດທະນະທຳ​ຂອງ​ຊາດ“. ທີ່​ງານ​ພົບ​ປະ, ທ່ານ ດ່າວຢູຍຕ໋ຽນ, ຮອງ​ປະທານ​ສະ​ໂມ​ສອນ​ປັນຍາ​ຊົນ​ ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ໂປ​ໂລ​ຍ, ​ໄດ້​ແບ່ງປັນ​ວ່າ:

”ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ໂປ​ໂລ​ຍ ຍາມ​ໃດ​ກໍ່​ສັ່ງສອນ​ລູກ​ຫຼານ​ຂອງ​ຕົນ ດ​ຳລົງ​ຊີວິດ​ຕາມ​ມູນ​ເຊື້ອ​ຂອງຊາດ ນັ້ນ​ແມ່ນ​ຮູ້​ບຸນ​ຄຸນ​ບັນພະບຸລຸດ, ກິນ​ເຂົ້າ​ຄິດ​ຮອດ​ຄຸນນາ, ກິນ​ປາ​ຄິດ​ຮອດ​ຄຸນນ້ຳ. ປະຈຸ​ບັນ, ​ໃນ​ປະຊາ​ຄົມຊາວ​ຫວຽດນາມ​ອາ​ໄສ​ຢູ່​ໂປ​ໂລ​ຍ  ​ກໍ່ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ອ່ວາຍ​ເມືອ​ຫາ​ປະ​ເທດ​ຊາດຫຼາຍ​ຢ່າງ ​ເພື່ອ​ໃຫ້​ລູກ​ຫຼານ​ບໍ່​ລືມ​ກົກ​ເຄົ້າ​ເຫງົ້າ​ກໍຂອງຕ​ົນ”.

ງານ​ພົບ​ປະສັງ​ສັນ​​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ ​ໃນ​ໂອກາດ​ປີ​ໃໝ່ ​ແມ່ນ​ການ​ເຄື່ອນ​ໄຫວ​ປະຈຳ​ປີ ​ໂດຍວິທະຍຸ​ກະຈາຍສຽງ​ຫວຽດນາມ ຈັດ​ຕັ້ງ​ຂຶ້ນ ດ້ວຍ​ຄວາມ​ປາຖະໜາ ຢາກ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ລະຫວ່າງ​ປະຊາ​ຄົມ​ຊາວ​ຫວຽດນາມ ​ອາ​ໄສ​ຢູ່​ຕ່າງປະ​ເທດ, ທັງ​ແມ່ນ​ໂອກາດ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ທ່ານ​ຜູ້​ຟັງ​ຢູ່​ຕ່າງປະ​ເທດ ​ໃຫ້​ມີ​ຄວາມ​ສະໜິດ​ຕິດ​ພັນ​ກັບວິທະຍຸ​ກະຈາຍສຽງ​ຫວຽດນາມ. ກ່າວ​ຄວາມ​ເຫັນ​ທີ່​ງານ​ພົບ​ປະ, ທ່ານຫວູຫາຍ, ຮອງ​ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ໃຫ້ຮູ້​ວ່າ:

”ວິທະຍຸ​ກະຈາຍສຽງ​ຫວຽດນາມ​ ໄດ້​ຕ້ອນຮັບ​ຜູ້ຕາງໜ້າ​ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ປະ​ເທດ​ຕ່າງໆ​ໃນ​ໂລກ ກັບ​ເມືອ​ບ້ານ​ເກີດ​ເມືອງ​ນອນ ຕ້ອນຮັບ​ບຸນປີ​ໃໝ່. ​ນີ້​ແມ່ນ​ໂອກາດເພື່ອ​ແບ່ງປັນ​ຄວາມ​ຫວັງ, ຄວາມ​ເບີກບານ​ມ່ວນ​ຊື່ນ. ວິທະຍຸ​ກະຈາຍສຽງ​ຫວຽດນາມ ບໍ່​ພຽງ​ແຕ່​ແມ່ນ​ອົງການ​ທີ່​ເປັນ​ກະບອກ​ສຽງ​ຂອງ​ພັກ, ລັດ​ຫວຽດນາມ​ ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ເວທີ​ປາ​ໄສ​ຂອງ​ປະຊາຊົນ, ​ໃນ​ນັ້ນ​ມີ​ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ຕ່າງປະ​ເທດ. ລາຍການ​ກະຈາຍສຽງ​ຮັບ​ໃຊ້​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ ບໍ່​ພຽງ​ແຕ່​ມີ​ບັນ​ດາ​ຂ່າວ​ໃໝ່​ຢູ່​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ສ່ອງ​ແສງ​ການ​ເຄື່ອນ​ໄຫວ​ຂອງ​ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ໃນ​ໂລກ​ອີກ​ດ້ວຍ. ບັນດາ​ຈົດໝາຍ, ​ໂທລະສັບ ​ແລະ ຄວາມ​ເອົາ​ໃຈ​ໃສ່​ຂອງ​ທ່ານ​ຜູ້​ຟັງ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ ​ແມ່ນ​ແຫຼ່ງລະດົມ​ກຳລັງ​ໃຈ​ອັນ​ລ້ຳ​ຄ່າ​ສຳ​ລັບ​ພວກ​ຂ້າພະ​ເຈົ້າ, ຊ່ວຍ​ໃຫ້​ພວກ​ຂ້າພະ​ເຈົ້າ​ປະຕິບັດ​ສຳ​ເລັດວຽກ​ງານ​ຂອງ​ຕົນ​ໃຫ້​ດີກ​ວ່າ​ເກົ່າ”.

 

 

ຂ່າວ/ບົດ​ອື່ນ