ແນວໂຮມປະເທດຊາດນະຄອນໂຮ່ຈິມິນ ສະຫຼຸບການປະຕິບັດ ແບບຢ່າງຄຸນສົມບັດໂຮ່ຈິມິນ

ແນວໂຮມປະເທດຊາດນະຄອນໂຮ່ຈິມິນ ສະຫຼຸບການປະຕິບັດ ແບບຢ່າງຄຸນສົມບັດໂຮ່ຈິມິນ - ảnh 1
(ພາບປະກອບ)

(vovworld) -     ​ໂດຍ​ປະຕິບັດ​ຕາມ​ຄຳ​ສັ່ງ​ເລກທີ 3 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ຍູ້​ແຮງ​ການ​ຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ຂອງ​ປະທານ​ໂຮ່ຈິ​ມິນ, ​ໃນ 2 ປີຜ່ານມາ, ຍາມ​ໃດຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ນະຄອນ​ໂຮ່ຈິ​ມິນ ​ກໍ​ເປັນ​ເຈົ້າ​ການ​ສ້າງ​ແຜນການ​ຜັນ​ຂະຫຍາຍ​ຫົວ​ເລື່ອງ​ສະ​ເພາະ “ຮໍ່າຮຽນ​​ ​ແລະ ປະຕິບັດ​ແບບຢ່າງ​ຄຸນສົມບັດ​ປະທານ​​ໂຮ່ຈິ​ມິນ, ສູ້​ຊົນ​ຕະຫຼອດ​ຊີວິດ, ມີ​ຄວາມ​ປະຢັດ, ມີ​ຈິດ​ໃຈ​ທ່ຽງ​ທຳ​ຮັບ​ໃຊ້​ປະຊາຊົນ, ຈົ່ງ​ຮັກ​ພັກດີ​ກັບ​ປະຊາຊົນ, ​ບໍລິສຸດ​ຜຸດ​ຜ່ອງ​ ​ແລະ ລຽບ​ງ່າຍໃນ​ຊີວິດ”. ຜ່ານ​ນັ້ນ, ຈະຊ່ວຍ​ໃຫ​້ພະນັກງານ, ລັດຖະກອນ, ສະມາຊິກ​ພັກ, ພະນັກງານ​ແນວ​ໂຮມ​ທຸກ​ຂັ້ນ ​ແລະ ປະຊາຊົນ​ນັບ​ມື້​ນັບ​ມີ​ສະຕິ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງກ່ຽວກັບ​ຄວາມ​ຮຽກຮ້ອງ​ບຳລຸງ​ສ້າງ, ຝຶກ​ຝົນ​ຫຼໍ່​ຫຼອມ​ຄຸນສົມບັດ​ປະຕິວັດ, ກ່ຽວ​ກັບ​​ເນື້ອ​ໃນ​ທີ່​ເປັນ​ພື້ນຖານ​ແນວ​ຄິດ​ຄຸນສົມບັດ​ຂອງລຸງ​ໂຮ່, ມີ​ສະຕິ​ຕື່ນຕົວ​ຝຶກ​ຝົນ​ຫຼໍ່​ຫຼອມ ​ແລະ ຍົກ​ສູງ​ລັກສະນະ​ເປັນ​​ແບບຢ່າງ​ໃນ​ຫົວໜ່ວຍ, ທ່ອງ​ຖິ່ນ ​ແລະ ​ແຕ່​ລະ​ຄອບຄົວ. ທີ່​ກອງ​ປະຊຸມ​ສະຫຼຸບ 2 ປີ ສືບ​ຕໍ່​ຍູ້​ແຮງ​ການ​ຮໍ່າຮຽນ​​ ​ແລະ ປະຕິບັດ​ຕາມແບບຢ່າງ​ຄຸນສົມບັດ​ປະທານ​​ໂຮ່ຈິ​ມິນ, ​ເຊິ່ງດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 6/11, ຢູ່​ນະຄອນ​ໂຮ່ຈິ​ມິນ, ການ​ນຳ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ກຳນົດ​ວ່າ ​ໃນ​ໄລຍະ 2 ປີ​ຈະ​ມາ​ເຖິງ, ນະຄອນ​ໂຮ່ຈິ​ມິນ ຈະ​ສືບ​ຕໍ່​ຍູ້​ແຮງ​ການ​ໂຄສະນາ​ບັ້ນຂົນຂວາຍຮໍ່າຮຽນ​​ ​ແລະ ປະຕິບັດ​ແບບຢ່າງ​ຄຸນສົມບັດ​ປະທານ​​ໂຮ່ຈິ​ມິນ ດ້ວຍ​ຮູບ​ການ​ທີ່​ອຸດົມສົມ​ບຸນ, ຫຼາຍ​ຮູ​ບຫຼາຍ​ແບບ, ​ເປີດ​ກວ້າງ​ອອກ​ສູ່​ຫຼາຍ​ເປົ້າ​ໝາຍ​ທຸກ​ເພດ, ທຸກ​ຊົນ​ເຜົ່າ ​ແລະ ສາສະໜາ. ພ້ອມ​ທັງ​ສືບ​ຕໍ່​ທະວີ​ຄຸນ​ແບບຢ່າງ​ໝູ່​ຄະນະ, ສ່ວນ​ບຸກຄົນ, ສ້າງ​ເປັນ​ກຳລັງ​ຫຼັກ​ແຫຼ່ງສູ້​ຊົນ​ເພີ່ມ 50% ຈຳນວນ​ແບບຢ່າງ​ເມື່ອ​ທຽບ​ໃສ່​ປີ​ກ່ອນ.

ຂ່າວ/ບົດ​ອື່ນ