ແນວໂຮມປະເທດຊາດຫວຽດນາມພົບປະສັງສັນ,ຕອບບຸນແທນຄຸນບັນດານັກປະຕິວັດຜູ້ອາວຸໂສ

ແນວໂຮມປະເທດຊາດຫວຽດນາມພົບປະສັງສັນ,ຕອບບຸນແທນຄຸນບັນດານັກປະຕິວັດຜູ້ອາວຸໂສ - ảnh 1
ທ່ານ ຫງວຽນທ້ຽນເຍີນ ມອບຂອງຂວັນໃຫ້ ອະດີດເລຂາທິ
ການຄະນະພັກນະຄອນຮ່າໂນ້ຍ ຫງວຽນວັນເຈີນ
(ພາບ: NguyenDan/TTXVN)

(vovworld) – ​ ຕອນ​ບ່າຍ​ວັນ​ທີ 19/8 ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ຈັດ​ງານພົບ​ປະ​ສັງ​ສັນສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ປະຕິວັດ​ເດືອນ​ສິງຫາ (19/8/1945 – 19/8/2015) ​ແລະ ວັນຊາດ 2/9 (02/9/1945 – 02/9/2015) ດ້ວຍ​ຫົວ​ຂໍ້ “ທີ່​ລະນຶກ​ການ​ລຸກ​ຮື້​ຂຶ້ນຢູ່​ ຮ່າ​ໂນ້ຍ” ​ເພື່ອ​ສະ​ແດງ​ຄວາມ​ຮັບບຸນ​​ຄຸນ​ຕໍ່​ບັນດາ​ການ​ນຳ, ພະນັກງານ​ປະຕິວັດ​ຜູ້​ອາວຸ​ໂສ. ນີ້​ແມ່ນ​ບັນດາ​ຜູ້​ທີ່ມີ​ການ​ປະກອບສ່ວນອັນ​​ໃຫຍ່​ຫລວງ​​ໃຫ້​ພາລະກິດ​ປະຕິວັດ​ຂອງ​ຊາດ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ສັງ​ສັນ, ທ່ານ ຫງວຽນ​ທ້ຽນ​ເຍີນ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ເນັ້ນ​ໜັກ​ວ່າ: ການ​ປະຕິວັດ​ເດືອນ​ສິງຫາ ​ແມ່ນ​ການ​ປະຕິວັດ​ພິ​ເສດ​ໃນ​ປະຫວັດສາດ​ຂອງ​​ຊາດ. ​​ຜ່ານ​ການ​ພົບ​ປະ​ສັງ​ສັນ, ທ່ານ ຫງວຽນ​ທ້ຽນ​ເຍີນ ກໍ​ປາດ​ຖະໜາ​ວ່າ:​ ລຸ່ນໜຸ່ມ​ຈະ​ເຂົ້າ​ໃຈ ​ແລະ ມີ​ຄວາມ​​ເອກອ້າງທະ​ນົງ​ໃຈກ່ວາ​ອີກກ່ຽວ​ກັບ​ປະຫວັດ​ຂອງ​​ຊາດ.

ຂ່າວ/ບົດ​ອື່ນ