ແນວໂຮມປະເທດຊາດຫວຽດນາມຮ່ວມເດີນທາງກັບສື່ມວນຊົນຕໍ່ສູ້ຕ້ານການສໍ້ລາດບັງຫຼວງ,ປະກົດການຫຍໍ້ທໍ້

ແນວໂຮມປະເທດຊາດຫວຽດນາມຮ່ວມເດີນທາງກັບສື່ມວນຊົນຕໍ່ສູ້ຕ້ານການສໍ້ລາດບັງຫຼວງ,ປະກົດການຫຍໍ້ທໍ້ - ảnh 1
ທ່ານ ຫງວຽນທ້ຽນ​ເຍີນ ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ໝູ່​ຄະນະ​
ການ​ນຳ, ນັກ​ຂ່າວ, ບັນນາທິການໜັງສື​ພິມ​ຊາວ​ໜຸ່ມ

(vovworld) - ຕອນ​ບ່າຍ​ວັນ​ທີ 23/03, ຢູ່​ຮ່າ​ໂນ້ຍ, ທ່ານ ຫງວຽນທ້ຽນ​ເຍີນ ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ໝູ່​ຄະນະ​ການ​ນຳ, ນັກ​ຂ່າວ, ບັນນາທິການໜັງສື​ພິມ​ຊາວ​ໜຸ່ມ ​ແນ​ໃສ່ລະດົມກຳລັງ​ໃຈ​ນັກ​ຂ່າວ, ບັນນາທິການ​ທີ່​ພວມ​ຕອບສະ​ໜອງ​ລາງວັນ​ສື່​ມວນ​ຊົນ​ໃນ​ທົ່ວ​ປະ​ເທດຢ່າງ​ຕັ້ງໜ​້າ ດ້ວຍ​ຫົວ​ຂໍ້ “ສື່​ມວນ​ຊົນ​ກັບ​ວຽກ​ງານ​ຕໍ່ສູ້​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ການ​ຟຸມ​ເຟືອຍ”. ນະ​ທີ່​ນີ້ ທ່ານ​ ຫງວຽນ​ທ້ຽນ​ເຍີນ ຢືນຢັນ​ວ່າ: ດ້ວຍ​ພາລະ​ບົດບາດ​ຕິດຕາມ​ກວດກາ ​ແລະ ​ໄຈ້​ແຍກ​ຕີ​ລາຄາ​ສັງຄົມ, ​ໃນ​ໄລຍະ​ຈະ​ມາ​ເຖິງ ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຈະ​ສ​້າງ​ໂຄງການ​ປະສານ​ສົມທົບ​ກັບ​ລັດຖະບານ​ຕິດ​ຕາ​ມກວດ​ກາ​ກ່ຽວ​ກັບ​ການ​ປະຕິບັດ​ກົນ​ໄກ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ ​ແລະ ກົນ​ໄກ​ຂອງ​ໂຄສົກ​ຕາມ​ການ​ກຳນົດ​ຂອງ​ກົດ​ໝາຍ. ທ່ານ ຫງວຽນ​ທ້ຽນ​ເຍີນ ​ເຈາະ​ຈີ້ມວ່າ: ສະມາຄົມ​ນັກ​ຂ່າວ ຫວຽດນາມ ຄວນ​ຈັດ​ຕັ້ງ​ບັນດາການ​ໂອ​້ລົ​ມສົນທະນາ​ຫົວ​ເລື່ອງ​ສະ​ເພາະ, ​ເຊີນ​ບັນດາ​ອົງການ​ສຳນັກງາ​ນທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ​ໃນ​ການ​ປົກປ້ອງນັກ​ຂ່າວ ​ແລະ ສະໜອງ​ຂໍ້​ມູນ​ຂ່າວ ​ເພື່ອ​ຕໍ່ສູ້​ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ນັບມື້​ນັບ​ມີ​ປະສິດ​ທິຜົນ.

 

ຕອບກັບ

ຂ່າວ/ບົດ​ອື່ນ