ແນະ​ນໍາ​ປຶ້ມປົກ​ຂາວ​ກ່ຽວກັບ​ການ​ປ້ອງ​ກັນ​ຊາດຫວຽດນາມ 2019 ຢູ່ ອາ​ເມ​ລິ​ກາ

(VOVWORLD) - ຫວຽດນາມ ປະກາດປຶ້ມປົກຂາວຫົວດັ່ງກ່າວ ເພື່ອແນໃສ່ສືບຕໍ່ຢັ້ງຢືນ ແລະ ເຮັດແຈ້ງລັກສະນະພື້ນຖານຂອງພື້ນຖານປ້ອງກັນຊາດຂອງຫວຽດນາມ ແມ່ນສັນຕິພາບ ແລະ ປ້ອງກັນຕົວ.
ແນະ​ນໍາ​ປຶ້ມປົກ​ຂາວ​ກ່ຽວກັບ​ການ​ປ້ອງ​ກັນ​ຊາດຫວຽດນາມ  2019 ຢູ່ ອາ​ເມ​ລິ​ກາ - ảnh 1 ປຶ້ມປົກຂາວກ່ຽວກັບການປ້ອງກັນຊາດຫວຽດນາມ  2019 (ພາບປະກອບ: VTV)

        ຕອນເຊ້ົາວັນທີ 4 ທັນວາ ຕາມເວລາຮ່າໂນ້ຍ, ຢູ່ຫ້ອງການທູດທະຫານຫວຽດນາມ ປະຈໍາ ອາເມລິກາ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 30 ປີ ແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ, ວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 75 ປີ ແລະ ແນະນໍາປຶ້ມປົກຂາວກ່ຽວກັບການປ້ອງກັນຊາດຂອງຫວຽດນາມ ປີ 2019 ດ້ວຍການເຂົ້າຮ່ວມຂອງທ່ານ ຮ່າກິມງອກ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອາເມລິກາ, ທ່ານ John Rood ຮອງລັດຖະມົນຕີ ຜູ້ຮັບຜິດຊອບກ່ຽວກັບນະໂຍບາຍກະຊວງປ້ອງກັນປະເທດ ອາເມລິກາ ແລະ ທູດທະຫານບັນດາປະເທດເຂົ້າຮ່ວມ.

        ກ່າວຄໍາເຫັນໄຂພິທີ, ທ່ານເອກອັກຄະລັດຖະທູດ ຮ່າກິມງອກ ກ່າວວ່າ ນະໂຍບາຍດ້ານປ້ອງກັນຊາດຂອງຫວຽດນາມ ແມ່ນ ສັນຕິພາບ ແລະ ປ້ອງກັນຕົວ, ຍາມໃດກໍແກ້ໄຂບັນດາຄວາມແຕກຕ່າງກັນ ແລະ ການຂັດແຍ້ງໂດຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນ. ຫວຽດນາມເຄົາລົບເອກະລາດ, ເອກະພາບ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ຜົນປະໂຫຍດຂອງບັນດາປະເທດອື່ນຕາມ ກົດບັດ ສປຊ ແລະ ກົດໝາຍສາກົນ ພ້ອມທັງຫວັງວ່າ ບັນດາປະເທດອື່ນ ກໍຈະເຮັດຄືແນວນັ້ນກັບ ຫວຽດນາມ.

        ທ່ານພັນເອກ ເຈິ່ນເຮົ້າຫຸ່ງ, ທູດທະຫານ ຫວຽດນາມ ປະຈໍາ ອາເມລິກາ ໄດ້ແນະນໍາກ່ຽວກັບປຶ້ມປົກຂາວກ່ຽວກັບການປ້ອງກັນຊາດຂອງຫວຽດນາມ ປີ 2019, ພ້ອມທັງໃຫ້ຮູ້ວ່າ ຫວຽດນາມ ປະກາດປຶ້ມປົກຂາວຫົວດັ່ງກ່າວ ເພື່ອແນໃສ່ສືບຕໍ່ຢັ້ງຢືນ ແລະ ເຮັດແຈ້ງລັກສະນະພື້ນຖານຂອງພື້ນຖານປ້ອງກັນຊາດຂອງຫວຽດນາມ ແມ່ນສັນຕິພາບ ແລະ ປ້ອງກັນຕົວ.

ແນະ​ນໍາ​ປຶ້ມປົກ​ຂາວ​ກ່ຽວກັບ​ການ​ປ້ອງ​ກັນ​ຊາດຫວຽດນາມ  2019 ຢູ່ ອາ​ເມ​ລິ​ກາ - ảnh 2 ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 75 ປີ ແລະ ແນະນໍາປຶ້ມປົກຂາວກ່ຽວກັບການປ້ອງກັນຊາດຂອງຫວຽດນາມ 2019 ຢູ່ ນິວຊີແລນ

        ເນື່ອງໃນໂອກາດນີ້, ພິທີດັ່ງກ່າວ ກໍໄດ້ຈັດຂຶ້ນໃນວັນທີ 3 ທັນວາ ຢູ່ປະເທດ ນິວຊີແລນ ເຊັ່ນດຽວກັນ. 

ຕອບກັບ

ຂ່າວ/ບົດ​ອື່ນ