ແນະນຳຄວາມສາມາດບົ່ມຊ້ອນໃນການລົງທຶນເຂົ້າຫວຽດນາມຢູ່ແບນຊິກ

ແນະນຳຄວາມສາມາດບົ່ມຊ້ອນໃນການລົງທຶນເຂົ້າຫວຽດນາມຢູ່ແບນຊິກ - ảnh 1
ເອກອັກຄະລັດຖະທູດ ແບນຊິກ ປະຈຳ ຫວຽດນາມ Bruno Angelet ແນະນຳກ່ຽວກັບການພົວພັນຮ່ວມມືລະຫວ່າງ ແບນຊິກ ແລະ ຫວຽດນາມ
(ພາບ: Hương Giang/Vietnam+)

(vovworld) – ​ໃນ​ຂອບ​ເຂດ​ງານ​ຕະຫຼາດນັດການ​ຄ້າ​ສາກົນ “Accenta 2014” ພວມ​ດຳ​ເນີນ​ໄປ​ຢູ່​ນະຄອນ Gent, Flanders ຕາ​ເວັນ​ອອກ, ປະ​ເທດ ​ແບນ​ຊິກ, ຕອນ​ບ່າຍ​ວັນ​ທີ 10/9, ວົງ​ການ​ເຈົ້າ​ໜ້າ​ທີ່​ປະ​ເທດ​ນີ້​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ໂຄສະນາ, ຮຽກຮ້ອງ​ການ​ລົງທຶນ​ເຂົ້າ ຫວຽດນາມ. ນະ​ຄອນ ​ເກີນ​ເທີ​ຂອງ ຫວຽດນາມ ​ແມ່ນ​ແຂກ​ກິ​ຕິ​ມະ​ສັກ​ຂອງ​ງານ​ຕະຫຼາດ​ນັດ Accenta ປີ​ນີ້.

    ດ້ວຍ​ຫົວ​ຂໍ້​ວ່າ “ຫວຽດນາມ: ຈຸດ​ນັດ​ພົບ​ທີ່​ດູດ​ດື່ມ​ໃຫ້​ວຽກ​ງານ​ດຳ​ເນີນ​ທຸລະ​ກິດ​ຂອງ​ເພື່ອນ”, ບັນດາ​ນັກ​ປາຖະກະຖາ​ແນະນຳ​ກ່ຽວ​ກັບ ຫວຽດນາມ ​ແມ່ນ​ພື້ນຖານ​ເສດຖະກິດ​ພັດທະນາ​ໄວ ​ແລະ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ ດ້ວຍ​ພື້ນຖານ ການ​ເມືອງ​ສະຖຽນ​ລະ​ພາບ, ຄ່າ​​ແຮງ​ງານ​ຖືກ, ຕະຫຼາດ​ເປີດ​ກ້ວາງ.​ ຫວຽດນາມ ມີ​ຄວາມ​ສາມາດ​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ພື້ນຖານ​ເສດຖະກິດ​ໃຫຍ່​ຂອງ ອາຊີ ​ໃນສັດຕະວັດ​ທີ 21.

    ​ເມື່ອ​ຕີ​ລາຄາ​ກ່ຽວ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ກັບ​ບັນດາ​ທ້ອງ​ຖີ່​ນຂອງ​ຫວຽດນາມ ​​ແລະ ​ເຂດ Flanders, ທ່ານ Ralph Moreau, ນັກ​ຊ່ຽວຊານ​ກ່ຽວ​ກັບ​ຕະຫຼາດ ​ເອີ​ລົບ ຂຶ້ນ​ກັບ​ກະຊວງ​ການ​ຄ້າ ​ແລະ ການ​ລົງທຶນ​ເຂດ Flanders, ຖື​ວ່າ ບັນດາ​ແຂວງ​ຂອງ ຫວຽດນາມ ມີ​ທ່າ​ແຮງຫຼາຍ​ຢ່າງ​ເພື່ອ​ດຶງ​ດູດ​ການ​ລົງທຶນ​ຂອງ​ບັນດາບໍລິສັດ​ໃນ​ເຂດ.

 


ຂ່າວ/ບົດ​ອື່ນ