ແນະນຳບັນດາກອງທຶນຮ່ວມມືອາຊຽນ

ແນະນຳບັນດາກອງທຶນຮ່ວມມືອາຊຽນ - ảnh 1
ພາບປະກອບ

(vovworld) – ​ຕອນ​ເຊົ້າວັນ​ທີ 4/10, ຢູ່ ຮ່າ​ໂນ້ຍ, ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ແນະນຳ​ກ່ຽວ​ກັບ​ບັນດາກ​ອງທຶນ​ຮ່ວມ​ມື ອາ​ຊຽນ ​ແລະ ບັນດາ​ກອງ​ທຶນ, ລາຍກາ​ນຮ່ວມ​ມື​ລະຫວ່າງ ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມ​ມື​. ປະຊາ​ຄົມ ອາ​ຊຽນ ​ໄດ້​ຮັບ​ການ​ສ້າງ​ຕັ້ງຂຶ້ນ​ເມື່ອ​ວັນ​ທີ 31/12/2015 ​ແລະ ກ້າ​ວ​ເຂົ້າ​ສູ່​ໄລຍະ​ປັບປຸງ ​ແລະ ​ເຮັດ​ໃຫ້ການ​ຮ່ວມ​ສຳພັນ ອາ​ຊຽນ​ເລິກ​ເຊິ່ງກ່ວາ ຜ່ານ​ການ​ຜັນ​ຂະຫຍາຍ​ວິ​ໄສ​ທັດປະຊາ​ຄົມ ອາ​ຊຽນ ປີ 2025 ​ແລະ ບັນດາ​ແຜນການ​ສັງ​ລວມ​ໃນ​ແຕ່ລະ​ເສົາ​ຄ້ຳ​ປະຊາ​ຄົມ ​ແລະ ຂົງ​ເຂດ. ປະຈຸ​ບັນ, ມີ​ກ່ວາ 70 ກອງ​ທຶນ ​ແລະ ​ໂຄງການ​ຮ່ວມ​ມື​ໃນ​ຂອບ​ເຂດ ອາ​ຊຽນ ​ແລະ ລະຫວ່າງ ອາ​ຊຽນກັບ​ບັນດາ​ຄູ່​ຮ່ວມ​ມື ​ແລະ ​ໄລຍະ​ຜ່ານ​ມາ, ບັນດາ​ກອງ​ທຶນ ​ແລະ ລາຍການ​ຮ່ວມ​ມື​ນີ້​ໄດ້​ປະກອບສ່ວນສຳຄັນ​ຊຸກຍູ​້ການ​ຮ່ວມ​ມື ອາ​ຊຽນ ກໍ່​ຄື​ລະຫວ່າງ ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມ​ມື, ພິ​ເສດ​ແມ່ນ​ໃນ​ບັນດາ​ຂົ​ງ​ເຂດ​ເພີ່​ມທະວີ​ການ​ເຊື່ອມ​ຕໍ່, ຮັດ​ແຄບ​ຊ່ອງ​ຫວ່າງການ​ພັດທະນາ, ຮັບ​ມື​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ລວມ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ ຫງວຽນ​ກວກ​ຢູ້ງ, ຮອງລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ, ​ໃຫ້​ຮູ້​ວ່າ:

        “​ໃນ​ໄລຍະ 2010 2014, ຫວຽດນາມ ​ແມ່​ນໜຶ່ງ​ໃນ 4 ປະ​ເທດ​ມີ​ລະດັບ​ການສະ​ເໜີ​ໂຄງການ​ຕຳ່​ສຸດ​ໃນ​ຈຳນວນ 10 ປະ​ເທດ ອາ​ຊຽນ, ​ໃນ​ຂະນະທີ່ ຫວຽດນາມ ຂຶ້ນ​ກັບ​ກຸ່ມບັນດາ​ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນຳ​້ຂອງ, ​ທີ່ໄດ້​ຮັບ​ບຸລິມະສິດ, ພິ​ເສດ​ແມ່ນ​ໃນ​ຂອບ​ເຂດ​ຂໍ້​ລິ​ເລີ່​ມຮ່ວມ​ສຳພັນ ອາ​ຊຽນ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ຂ້າພະ​ເຈົ້າ​ຫວັງ​ວ່າ ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ເອົາ​ໃຈ​ໃສ່​ກ່ວາ ​ແລະ ​ເປັນ​ເຈົ້າ​ການ​ກ່ວາ​ໃນ​ການ​ຂຸດ​ຄົ້ນ​ບັນດາ​​ແຫຼ່ງກອງ​ທຶນ​ນີ້​ເພື່ອ​ເພີ່ມ​ແຫຼ່ງກຳລັງ, ພ້ອມ​ທັງ​ສະ​ແດງ​​ໃຫ້​ເຫັນການ​ເຂົ້າ​ຮ່ວມ​ຢ່າງຕັ້ງໜ້າ ​ແລະ ສຳຄັນ​ຂອງ ຫວຽດນາມ ​ໃນ​ການ​ຮ່ວມ​ມື ອາ​ຊຽນ”


ຂ່າວ/ບົດ​ອື່ນ