ແນະນຳປື້ມອ່ານ 50.000 ຫົວຂອບເຂດວັນປື້ມຫວຽດນາມ ຄັ້ງທີ 5

(VOVWORLD) -ມີປື້ມ 50.000 ຫົວ ຈະໄດ້ແນະນຳຢູ່ງານບຸນປື້ມເພື່ອຂ່ຳນັບຮັບຕ້ອນວັນປື້ມ ຫວຽດນາມ ຄັ້ງທີ 5 ປີ 2018. ການເຄື່ອນໄຫວດັ່ງກ່າວ ໂດຍກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ເປັນປະທານສົມທົບກັບບາງຫົວໜ່ວຍຈັດຕັ້ງໃນລະຫວ່າງວັນທີ 18 – 22 ເມສາ ຢູ່ສວນສາທາລະນະ ທົງເຍີດ ຮ່າໂນ້ຍ.

ງານບຸນປື້ມແມ່ນການເຄື່ອນໄຫວສຳຄັນຂອງວັນປື້ມ ຫວຽດນາມ ຄັ້ງທີ 5, ແນໃສ່ສ້າງຄວາມສະໜິດຕິດພັນໃຫ້ນັບມື້ນັບແໜ້ນແຟ້ນກ່ວາລະຫວ່າງປື້ມ ແລະ ຜູ້ອ່ານ, ສົ່ງເສີມ ແລະ ພັດທະນາວັດທະນະທຳອ່ານປື້ມໃນວົງຄະນະຍາດ, ປະກອບສ່ວນສ້າງສັງຄົມຮ່ຳຮຽນ. ດ້ວຍຫົວຂໍ້ວ່າ “ປື້ມອ່ານກັບຄອບຄົວ”, ງານບຸນປື້ມແນະນຳ, ວາງສະແດງ ແລະ ຂາຍປື້ມດ້ວຍບັນດາຫົວຂໍ້ທີ່ອຸດົມສົມບູນ ຂຶ້ນກັບບັນດາຂົງເຂດແຕກຕ່າງກັນ ແນໃສ່ຕອບສະໜອງຄວາມຕ້ອງການ,ຄວາມນິຍົມຂອງຜູ້ອ່ານ. ປີນີ້ ງານບຸນປື້ມມີການເຂົ້າຮ່ວມຂອງໂຮງພິມຈຳໜ່າຍ, ບໍລິສັດພິມຈຳໜ່າຍໃນທົ່ວປະເທດເກືອບ 80 ແຫ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ