ແນະນຳລາຍການສະແດງສິລະປະ “ນະຄອນສາຍຈິດມິດໃຈ - ເຊື່ອມຕໍ່ຄວາມຮັກແພງ” ປີ 2019

(VOVWORLD) - ຕອນບ່າຍວັນທີ 10 ຕຸລາ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນ ໂຮ່ຈີມິນ ໄດ້ສົມທົບກັບສະຖານີໂທລະພາບນະຄອນ ໂຮ່ຈີມິນ (HTV) ຈັດຕັ້ງການຖະແຫຼງຂ່າວແນະນຳກ່ຽວກັບລາຍການສະແດງສິລະປະ “ນະຄອນສາຍຈິດມິດໃຈ - ເຊື່ອມຕໍ່ຄວາມຮັກແພງ” ຄັ້ງທີ 19 ປີ 2019 ແນໃສ່ຂົນຂວາຍການສະໜັບສະໜູນກອງທຶນ “ເພື່ອຄົນທຸກຍາກ”.
ແນະນຳລາຍການສະແດງສິລະປະ “ນະຄອນສາຍຈິດມິດໃຈ - ເຊື່ອມຕໍ່ຄວາມຮັກແພງ” ປີ 2019 - ảnh 1ການຖະແຫຼງຂ່າວ (ພາບ: qdnd.vn)

        ແຫຼ່ງກອງທຶນ “ເພື່ອຄົນທຸກຍາກ” ນະຄອນ ຈະນຳໃຊ້ໃຫ້ແກ່ບັນດາການເຄື່ອນໄຫວສັງຄົມມະນຸດສະທຳ ຄືໜູນຊ່ວຍຄ່າໃຊ້ຈ່າຍກໍ່ສ້າງເຮືອນຢູ່ໃຫ້ຄອບຄົວເປົ້າໝາຍນະໂຍບາຍທີ່ປະສົບກັບຄວາມຫຍຸ້ງຍາກ, ຄອບຄົວທຸກຍາກ, ຄອບຄົວໃກ້ຈະທຸກຍາກ; ໜູນຊ່ວຍພາຫະນະອຸປະກອນໃນການດຳເນີນຊີວິດ, ຊ່ວຍຈັດຕັ້ງວັນບຸນຕ່າງໆ…ໃຫ້ແກ່ບັນດາສະມາຊິກໃນຄອບຄົວນະໂຍບາຍທີ່ປະສົບກັບຄວາມຫຍຸ້ງຍາກ, ຄອບຄົວທຸກຍາກ, ຄອບຄົວໃກ້ຈະທຸກຍາກໃນບໍລິເວນນະຄອນ.

        ລາຍການດັ່ງກ່າວຈະດຳເນີນໃນເວລາ 19 ໂມງ 30 ນາທີ ຂອງວັນທີ 24 ຕຸລາ ຢູ່ໂຮງລະຄອນສະຖານີໂທລະພາບນະຄອນ ໂຮ່ຈີມິນ (ເມືອງ 1).

ຕອບກັບ

ຂ່າວ/ບົດ​ອື່ນ