ແນະນຳວັດທະນະທຳ ແລະ ດົນຕີຫວຽດນາມ ແລະ ອີຢິບ ຜ່ານຄື້ນວິທະຍຸ

(VOVWORLD) -“ພ້ອມກັນຮ່ວມມືຢ່າງແທດຈິງ ແລະ ມີປະສິດທິຜົນ”, ນັ້ນແມ່ນຄຳໝັ້ນສັນຍາລະຫວ່າງ ທ່ານ ຮອງອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ຫງວຽນຊວນຮູຍ ແລະ ການນຳວິທະຍຸກະຈາຍສຽງ ແລະ ໂທລະພາບແຫ່ງຊາດ ອີຢິບ ທີ່ການເຮັດວຽກຢູ່ ກາຍໂຣ ໃນວັນທີ 17 ເມສາ 2018
ແນະນຳວັດທະນະທຳ ແລະ ດົນຕີຫວຽດນາມ ແລະ ອີຢິບ ຜ່ານຄື້ນວິທະຍຸ - ảnh 1 ຄະນະປະຕິບັດງານຢ້ຽມຢາມຫ້ອງອັດສຽງຂອງວິທະຍຸກະຈາຍສຽງອີຢິບ

ທ່ານ ຮອງອຳນວຍການໃຫຍ່ ຫງວຽນຊວນຮູຍ ໄດ້ຢັ້ງຢືນຄວາມພ້ອມໃນການຮ່ວມມືກັບບັນດາອົງການສື່ສານ ອີຢິບ ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ແລະ ຫັນບັນດາເນື້ອໃນ ໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງວິທະຍຸກະຈາຍສຽງ ຫວຽດນາມ ແລະ ວິທະຍຸກະຈາຍສຽງແຫ່ງຊາດ ອີຢິບ ທີ່ໄດ້ລົງນາມໃນປີ 2017 ເປັນລະອຽດ. 2 ຝ່າຍໃຫ້ຄຳໝັ້ນສັນຍາວ່າຈະແລກປ່ຽນບັນດາລາຍການຈ່າຍສຽງ ແລະ ໂທລະພາບໃນຂົງເຂດວັດທະນະທຳ, ດົນຕີ, ການທ່ອງທ່ຽວໂດຍໄວ ເພື່ອໃຫ້ປະຊາຊົນ 2 ປະເທດເພີ່ມທະວີຄວາມເຂົ້າໃຈ ແລະ ສະໜິດຕິດພັນເຊິ່ງກັນ ແລະ ກັນ.

        ສ່ວນ ທ່ານ Nadia Mabrouk ອຳນວຍການ ວິທະຍຸກະຈາຍສຽງແຫ່ງຊາດ ອີຢິບ ກໍຢັ້ງຢືນຄືນວ່າ ຈະຊີ້ນຳພາກສ່ວນວິຊາສະເພາະຊຸກຍູ້ການຮ່ວມມືລະຫວ່າງອົງການວິທະຍຸກະຈາຍສຽງ 2 ຝ່າຍໂດຍໄວ, ພິເສດແມ່ນຕິດພັນກັບບັນດາເຫດການການເມືອງ, ວັດທະນະທຳຂອງ 2 ປະເທດ ແລະ ເນື່ອງໃນໂອກາດ 2 ປະເທດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. 2 ຝ່າຍກໍຈະຮ່ວມມືແລກປ່ຽນຄະນະນັກຂ່າວ, ແບ່ງປັນບົດຮຽນໃນການນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຢີດີຈີຕອນ ປະກອບສ່ວນຊຸກຍູ້ການພັດທະນາຂອງບັນດາອົງການວິທະຍຸກະຈາຍສຽງແຫ່ງຊາດ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ