ແນະນຳສີສັນ ຮ່າຢາງ ເຖິງວິສາຫະກິດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ

(VOVWORLD) - ລາຍການ “ສີສັນຮ່າຢາງ” ໄດ້ແນະນຳຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຂອງແຂວງ ຮ່າຢາງ, ພິເສດ, ແນະນຳບາງຜະລິດຕະພັນທ່ອງທ່ຽວໃໝ່ເພື່ອໃຫ້ບັນດາວິສາຫະກິດຂຸດຄົ້ນ ແລະ ຄົ້ນຄ້ວາລົງທຶນ.
ແນະນຳສີສັນ ຮ່າຢາງ ເຖິງວິສາຫະກິດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ - ảnh 1 ການສະແດງສິລະປະຂອງຊາວເຜົ່າຢູ່ແຂວງຮ່າຢາງ

ວັນທີ 6 ເມສາ, ຢູ່ນະຄອນ ເກີນເທີ, ຄະນະກຳມະການປະຊາຊົນແຂວງ ຮ່າຢາງ ໄດ້ສົມທົບກັບສະຫະສະມາຄົມທ່ອງທ່ຽວ ຫວຽດນາມ, ກົມໃຫຍ່ທ່ອງທ່ຽວ ຫວຽດນາມ ແລະ ຄະນະກຳມະການປະຊາຊົນນະຄອນ ເກີນເທີ ຈັດຕັ້ງກອງປະຊຸມສົ່ງເສີມການໂຄສະນາ “ສີສັນ ຮ່າຢາງ”, ເພື່ອແນໃສ່ສືບຕໍ່ແນະນຳຄວາມສາມາດບົ່ມຊ້ອນ, ທ່າແຮງດ້ານການທ່ອງທ່ຽວຂອງແຂວງຮ່າຢ່າງ ເຖິງບັນດາວິສາຫະກິດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.

        ທ່ານ ຫງວຽນວັນເຊີນ, ປະທານຄະນະກຳມະການປະຊາຊົນແຂວງ ຮ່າຢາງ, ໃຫ້ຮູ້ວ່າ:

        “ລາຍການ “ສີສັນຮ່າຢາງ” ໄດ້ແນະນຳຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຂອງແຂວງ ຮ່າຢາງ, ພິເສດ, ແນະນຳບາງຜະລິດຕະພັນທ່ອງທ່ຽວໃໝ່ເພື່ອໃຫ້ບັນດາວິສາຫະກິດຂຸດຄົ້ນ ແລະ ຄົ້ນຄ້ວາລົງທຶນ. ຮ່າຢາງ ຈະສ້າງທຸກເງື່ອນໄຂສະດວກທີ່ສຸດກ່ຽວກັນດ້ານກົນໄກ, ນະໂຍບາຍທີ່ມີຢູ່ແລ້ວຂອງທ້ອງຖິ່ນໃຫ້ແກ່ບັນດານັກລົງທຶນ ມາແຂວງ ຮ່າຢາງ ໃນຂົງເຂດຕ່າງໆເວົ້າລວມ ແລະ ຂົງເຂດທ່ອງທ່ຽວເວົ້າສະເພາະ.”

ແນະນຳສີສັນ ຮ່າຢາງ ເຖິງວິສາຫະກິດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ - ảnh 2 ບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງແຂວງຮ່າຢາງ ໄດ້ແນະນຳທີ່ລາຍການ

ຕອບກັບ

ຂ່າວ/ບົດ​ອື່ນ