ແນະນຳເຄືອຂ່າຍອິນເຕີແນັດພາຍໃນAIPAຢູ່ຫວຽດນາມ

ແນະນຳເຄືອຂ່າຍອິນເຕີແນັດພາຍໃນAIPAຢູ່ຫວຽດນາມ - ảnh 1

(VOVworld)- ຕອນ​ເຊົ້າ​ວັນ​ທີ 20/4, ​ທີ່ສຳ​ນັກ​ງານ​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ ໄດ້​ດຳ​ເນີນກອງ​ປະ​ຊຸມ​ແນະ​ນຳ​ເຄື​ອ​ຂ່າຍ​ອິ​ນ​ເຕີ​ແນັດ​ຂອງ​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ອາ​ຊຽນ (AIPA) ຢູ່​ຫວຽດ​ນາມ. ນີ້​ແມ່ນ​ການ​ເຄື່ອນ​ໄຫວນອນ​ໃນ​ລາຍ​ການ​ແນະ​ນຳ​ເຄືອ​ຂ່າຍ​ອິນ​ເຕ​ີ​ແນັດ​ພາຍ​ໃນ AIPA ເຖິງ​ບັນ​ດາ​ລັດ​ຖະ​ສະ​ພາ​ປະ​ເທດ​ສະ​ມາ​ຊິກ​ຂອງ​ຄະ​ນະ​ເລ​ຂາ AIPA. ລະ​ບົບ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ພາຍ​ໃນ AIPA ໄດ້​ຮັບ​ການ​ສ້າງ​ຂຶ້ນ, ພັດ​ທະ​ນາ ດ້ວຍ​ຄາດ​ໝາຍ​ສ້າງ​ເຄື່ອ​ຂ່າຍ​ຂໍ້​ມູນ​ຂ່າ​ວ​ສານ​ເອ​ເລັກ​ໂຕ​ນິກ ເພື່ອ​ແບ່​ງ​ປັນ​ຄວາມ​ຮູ້ ແລະ ຂໍ້​ມູນ​ຂ່າວ​ເຖິງ​ບັນ​ດາ​ລັດ​ຖະ​ສະ​ພາ​ປະ​ເທດ​ສະ​ມາ​ຊິກ AIPA, ປະ​ກອບ​ສ່ວນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຂອງ​ກົງ​ຈັກ​ຊ່ວຍ​ວຽກ​ໃຫ້​ແກ່​ລັດ​ຖະ​ສະ​ພາ​ໃນ​ວຽກ​ງານ​ຄຸ້ມ​ຄອງ​ຂໍ້​ມູນ​ຂ່າວ​ສານ, ຄົ້ນ​ຄ້​ວາ ແລະ ທາບ​ທາມ​ຄຳ​ເຫັນ​ນະ​ໂຍ​ບາຍ.


ຕອບກັບ

ຂ່າວ/ບົດ​ອື່ນ