ແນະນຳແລະໂຄສະນາເຜີຍແຜ່ວັດທະນະທຳຫວຽດນາມຢູ່Kanagawa,ຢີ່ປຸ່ນ


ແນະນຳແລະໂຄສະນາເຜີຍແຜ່ວັດທະນະທຳຫວຽດນາມຢູ່Kanagawa,ຢີ່ປຸ່ນ - ảnh 1
ງານບຸນໄດ້ສ້າງຄວາມປະທັບໃຈໃຫ່ແກ່ປະຊາຊົນ ຍີ່ປຸ່ນ

(vovworld)- ​ງານບຸນ​ຫວຽດ​ນາມ ຢູ່ ແຂວງ Kanagawa ຈະ​ດຳ​ເນີນ​ໃນ​ລະ​ຫວ່າ​ງ ວັນ​ທີ 29-30/10 ຈະ​ມາ​ເຖິງ ຢູ່​ນະ​ຄອນ​ Yokohama. ການ​ຈັດ ​ງານ​ບຸນ​ຫວຽດ​ນາມ ຢູ່ ແຂວງ Kanagawa ໄດ້​ເປັນ​​ຂີດ​ໝາຍເລີ່ມ​ຕົ້ນ​ບາດ​ກ້າວ​ພັດ​ທະ​ນາ​ໃໝ່​ ​ໃນການ​ເຄື່ອນ​ໄຫວ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ​ລະ​ຫວ່າງ ​ສອງ​ປະ​ເທດ ​ຊຶ່ງບໍ່ຖືກ​ຈຳ​ກັດ​ຢູ່​ໃນ​ຂອ​ບ​​​ເຂດ​ນະ​ຄອນຫຼວງ Tokyo ​ເທົ່າ​ນັ້ນ ຫາກ​ຍັງ​​ຂະ​ຫຍາຍອອກ​ສູ່ ​ບັນ​ດາ​ທ້ອງ​ຖິ່ນອື່ນ​ໃນ​ທົ່ວ​ຢີ​ປຸ່ນ​ອີກ​ດ້ວຍ, ດ້ວຍ​​ຈຸດ​ປະ​ສົງນຳ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ​ໄປ​ເຜີຍ​ແຜ່ຢ່າງກວ້າງ​ເລິກ​ເຖິງ​ປະ​ຊາ​ຊົນ​ຢີ​ປຸ່ນຫຼາຍກວ່າ​ເກົ່າ, ປະ​ກອນ​ສ່ວນ​ ​ເຂົ້າໃນ​ການ​ພັດ​ທະ​ນາ​ລວມ​ ຂອງກ​ານ​ພົວ​ພັນ​ສອງ​ປະ​ເທດ. ກ່າວ​ຄວາມ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ, ທ່ານ ຫງວຽນ​ກວັກ​ເກື່ອງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ຢີ​ປຸ່ນ ເຊື່ອ​ໝັ້ນ​ວ່າ: ງານບຸນ​ຫວຽດ​ນາມ ຢູ່ Kanagawa ໃນ​ປີ 2016 ຈະ​ເປັນ​ໂອ​ກາດ​ ເພື່ອ​ໃຫ້​ຊາວ​ຫວຽດ​ນາມ ​ມີ​ຄວາມໃກ້ຊິດ​ຕິດ​ແທດ ​ກັບ​ນະ​ຄອນ Kanagawa ກວ່າ​ເກົ່າ ຜ່ານ​ບັນ​ດາ​ການ​ພົບ​ປະ​ແລກ​ປ່ຽນ ​​ວັດ​ທະ​ນະ​ທຳ, ເປີດກວ້າງ​ບັນ​ດາ​ໂອ​ກາດ​ການ​ຮ່ວມ​ມື​ໃໝ່​ ໃຫ້​ທັງ​ສອງ​ຝ່າຍ. ເຫດ​ການ ​ຫວຽດ​ນາມ Phet-ta ປີນີ້ ດ້ວຍ​ຫົວ​ເລື່ອງ “​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ຫວຽດ​ນາມ” ຈະ​ມີຫຼາຍ​ການ​ເຄື່ອນ​ໄຫວ ແນ​ໃສ່​ເຊື່ອມ​ຕໍ່​ກ​ານ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ທ່ອງ​ທ່ຽວ, ວັດ​ທະ​ນະ​ທຳ ລະ​ຫວ່າງ ​ຫວຽດ​ນາມ ແລະ Kanagawa.

 

ຂ່າວ/ບົດ​ອື່ນ