ແບ່ງ​ປັນ​ຄວາມ​ຮັກ​ແພງ​ໃນ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ລາວ

(VOVWORLD) - ໃນບັນຍາກາດອົບອຸ່ນ ແລະ ເບີກບານມ່ວນຊື່ນຕ້ອນຮັບບຸນປີໃໝ່, ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ແລະ ແຂກຖືກເຊີນ ພ້ອມກັນຮັບປະທານບັນດາເຍື່ອງອາຫານພື້ນເມືອງໃນບຸນເຕັດ ຫວຽດນາມ ແລະ ຮັບຊົມບັນດາລາຍການສະແດງສິລະປະທີ່ເປັນເອກະລັກ.

ແບ່ງ​ປັນ​ຄວາມ​ຮັກ​ແພງ​ໃນ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ລາວ - ảnh 1ສະມາຄົມຊາວ ຫວຽດນາມ ອາໄສຢູ່ນະຄອນຫຼວງ ວຽງຈັນ ມອບຂອງຂວັນໃຫ້ແກ່ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນ (ພາບ:TTXVN)

  ຕອນຄ່ຳວັນທີ 8 ກຸມພາ (ກົງກັບວັນທີ 29 ເດືອນ 12), ສະມາຄົມຊາວ ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົມທົບກັບສະຖານທູດ ຫວຽດນາມ ແລະ ສູນວັດທະນະທຳ ຫວຽດນາມ ປະຈຳ ລາວ ຈັດລາຍການ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ - ແບ່ງປັນຄວາມຮັກແພງ”. ເຂົ້າຮ່ວມພິທີດັ່ງກ່າວ ມີທ່ານ ຟານມິງຈຽນ, ທີ່ປຶກສາສະຖານທູດຫວຽດນາມ ປະຈຳ ລາວ; ຜູ້ຕາງໜ້າອຳນາດການປົກຄອງນະຄອນຫຼວງ ວຽງຈັນ; ຄະນະບໍລິຫານງານສະມາຄົມຊາວ ຫວຽດນາມ ອາໄສຢູ່ນະຄອນຫຼວງ ວຽງຈັນ ພ້ອມດ້ວຍຜູ້ຕາງໜ້າຊາວ ຫວຽດນາມ ອາໄສຢູ່ນະຄອນຫຼວງ ວຽງຈັນ ແລະ ແຂວງ ໜອງຄາຍ, ປະເທດໄທ.

        ໃນບັນຍາກາດອົບອຸ່ນ ແລະ ເບີກບານມ່ວນຊື່ນຕ້ອນຮັບບຸນປີໃໝ່, ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ແລະ ແຂກຖືກເຊີນ ພ້ອມກັນຮັບປະທານບັນດາເຍື່ອງອາຫານພື້ນເມືອງໃນບຸນເຕັດ ຫວຽດນາມ ແລະ ຮັບຊົມບັນດາລາຍການສະແດງສິລະປະທີ່ເປັນເອກະລັກ.

ໃນຂອບເຂດລາຍການ, ສະມາຄົມຊາວ ຫວຽດນາມ ອາໄສຢູ່ນະຄອນຫຼວງ ວຽງຈັນ ໄດ້ມອບຂອງຂວັນ 150 ພູດ ໃຫ້ແກ່ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນ.

ຕອບກັບ

ຂ່າວ/ບົດ​ອື່ນ