ແບນຊິກ ແມ່ນຕະຫລາດທີ່ມີຄວາມສາມາດບົ່ມຊ້ອນຂອງບັນດາບໍລິສັດທ່ອງທ່ຽວ ຫວຽດນາມ

(VOVWORLD) - ວັນທີ 01 ກຸມພາ, ງານຕະຫລາດນັດການທ່ອງທ່ຽວ ບຣຸກແຊນ (ແບນຊິກ) ຖືກໄຂຂຶ້ນຢ່າງເປັນທາງການຢູ່ສູນວາງສະແດງ Heysel ນະຄອນຫລວງ ບຣຸກແຊນ ຂອງ ແບນຊິກ.
ແບນຊິກ ແມ່ນຕະຫລາດທີ່ມີຄວາມສາມາດບົ່ມຊ້ອນຂອງບັນດາບໍລິສັດທ່ອງທ່ຽວ ຫວຽດນາມ - ảnh 1 ງານຕະຫລາດນັດການທ່ອງທ່ຽວ ບຣຸກແຊນ (ພາບ: TTXVN)

ເນື່ອງໃນໂອກາດນີ້, ບາງບໍລິສັດທ່ອງທ່ຽວ ຫວຽດນາມ ແລະ ບັນດາປະເທດອື່ນໆ ໄດ້ສະເໜີຫລາຍລາຍການ ທີ່ຈັບອົກຈັບໃຈ, ເໝາະສົມກັບຫລາຍເປົ້າໝາຍເປັນຊາວ ແບນຊິກ ທີ່ມີຄວາມປາດຖະໜາ ແລະ ຄວາມຕ້ອງການໄປທ່ອງທ່ຽວ ຫວຽດນາມ.

        ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ແບນຊິກ ເວືອງເທື່ອຟອງ ໄດໄປ້ຢ້ຽມຢາມ, ລະດົມກຳລັງໃຈ ແລະ ແບ່ງປັນຂໍ້ມູນຂ່າວກັບຜູ້ຕາງໜ້າບັນດາວິສາຫະກິດ ຫວຽດນາມ ເຂົ້າຮ່ວມງານຕະຫລາດນັດ.

        ໃນຮ້ານວາງສະແດງ ຫວຽດນາມ ທີ່ງານຕະຫລາດນັດທ່ອງທ່ຽວ ບຣຸກແຊນ 2018 ຄັ້ງນີ້ມີການເຂົ້າຮ່ວມຂອງວິສາຫະກິດ 3 ແຫ່ງ ນັ້ນແມ່ນ: ບໍລິສັດທ່ອງທ່ຽວວິໄສທັດ ຫວຽນອາ, ບໍລິສັດທ່ອງທ່ຽວ ມາຍຫວຽດ ແລະ ບໍລິສັດທ່ອງທ່ຽວ Gvietnamtravels.

ຕອບກັບ

ຂ່າວ/ບົດ​ອື່ນ