ແບນຊິກອາໄລຫາບັນດາຜູ້ຖືກເຄາະຮ້າຍຈາກເຫດວາງລະເບີດກໍ່ການຮ້າຍ

ແບນຊິກອາໄລຫາບັນດາຜູ້ຖືກເຄາະຮ້າຍຈາກເຫດວາງລະເບີດກໍ່ການຮ້າຍ  - ảnh 1
ສະ​ຖານ​ທູດ​ແບນ​ຊິກ ປະ​ຈຳ​ຮ່າ​ໂນ້ຍ
​ຈັດ​ພິ​ທີ​​ໄວ້ອາ​ໄລ​​ຕໍ່​ດວງວິນ​ຍານຫາ​ບັນ​ດາ​ຜູ້​ຖືກ​ເຄາະ​ຮ້າຍ
(ພາບ: news.zing)


(vovworld) - ໃນ​ເວ​ລ​າ 12 ໂມງ (ຕາມ​ເວ​ລາ​ທ້​ອງ​ຖິ່ນ) ຂອງວັນ​ທີ 23/03, ພາຍ​ຫຼັງ​ເກີດ​ບັນ​ດາ​ເຫດ​ວາງ​ລະ​ເບີດກໍ່​ການ​ຮ້າຍ​ທີ່​ນອງ​ເລືອດ​ເປັນ​ເວ​ລາ 1 ວັນ, ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ 34 ຄົນ​ເສຍ​ຊີ​ວິດ ແລະ ເກືອບ 200 ຄົນ​ຮັບ​ບາດ​ເຈັບ, ປະ​ຊາ​ຊົນ​ຢູ່ ບ​ຣ​ຸກ​ແຊນ ໄດ້​ສະ​ຫງວນ​ເວ​ລາ 1 ນາ​ທີເພື່ອ​​ກົ້ມ​ຫົວ​ໄວ້ອາ​ໄລ​​ເຖິງ​ບັນ​ດາ​ຜູ້​ຖືກ​ເຄາະ​ຮ້າຍ. ເ​ຈົ້າ​ຊ​ີ​ວິດ Philippe ແລະ ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕີ Charles Michel ກໍ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວນີ້ ຢູ່​​ເຂດ​ທີ່​ມີ​ສຳ​ນັກ​ງານ​ຂອງ​ສະ​ຫະ​ພາບ​ເອີ​ລົບ (EU) ແລະ ໃກ້​ກັບ​ສະ​ຖາ​ນີລົດ​ໄຟ​ໃຕ້​ດິນ​ທີ່​ຖືກ​ບຸກ​ໂຈ​ມ​ຕີ Maelbeek.

        ແລະ​ກໍ​ໃນ​ວັນ​ດຽວ​ກັນ, ວັນ​ທີ 23/03, ສະ​ຖານ​ທູດ​ແບນ​ຊິກ ປະ​ຈຳ​ຮ່າ​ໂນ້ຍ ໄດ້​ຈັດ​ພິ​ທີ​​ໄວ້ອາ​ໄລ​​ຕໍ່​ດວງວິນ​ຍານ​ບັນ​ດາ​ຜູ້​ຖືກ​ເຄາະ​ຮ້າຍ​​ຈາກບັນ​ດາ​ການ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ ໃນ​ວັນ​ທີ 22/03 ຢູ່ ບຣ​ຸກ​ແຊນ. ບັນ​ດາ​ນັກ​ການ​ທູດ​ຕ່າງ​ປະ​ເທດ, ທ່ານ​ລັດ​ຖະ​ມົນ​ຕີ​​ຊ່ວຍວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ​ຍ​ແທງ​ເຊີ​ນ, ບັນ​ດາ​​ພົນ​ລະ​ເມືອງ​ແບນ​ຊິກ ​ທີ່ພວມ​ດຳ​ລົງ​ຊີ​ວິດ​ຢູ່​ຮ່າ​ໂນ້ຍ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ໄດ້​ສະ​ຫງວນ​ເວ​ລາ 1 ນາ​ທີ​ເພື່ອກົ້ມ​ຫົວ​ໄວ້ອາ​ໄລ​​ເຖິງບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ.

ຂ່າວ/ບົດ​ອື່ນ