ແຜ່ຂະຫຍາຍສານສັນຕິພາບໃນການແຂ່ງຂັນຖີບລົດຖີບ “ຈຸດນັດພົບແຫ່ງສັນຕິພາບ”

(VOVWORLD) - ມີ 4 ມະໂມສອນຖີບລົດຖີບມາຈາກ: ປາເຊ, ສະຫວັນນະເຂດ (ລາວ); ແຂວງ ມຸກດາຫານ (ໄທ).
ແຜ່ຂະຫຍາຍສານສັນຕິພາບໃນການແຂ່ງຂັນຖີບລົດຖີບ “ຈຸດນັດພົບແຫ່ງສັນຕິພາບ” - ảnh 1ການແຂ່ງຂັນຖີບລົດຖີບ
(ພາບ: toquoc.vn)

ຕອນເຊົ້າວັນທີ 30 ມິຖຸນາ, ຢູ່ ກຳແພງເກົ່າ ກວາງຈີ້, ຄະນະກຳມະການປະຊາຊົນແຂວງ ກວາງຈີ້ ແລະ ໜັງສືພິມ ແທັງນຽນ (ຊາວໜຸ່ມ) ສົມທົບກັນຈັດການແຂ່ງຂັນຖີບລົດຖີບ “ຈຸດນັດພົບແຫ່ງສັນຕິພາບ”. ໂດຍມີນັກກິລາກວ່າ 391 ຄົນທີ່ມາຈາກ 60 ສະໂມສອນຢູ່ບັນດາແຂວງ, ນະຄອນ, ນະແໜງການໃນທົ່ວປະເທດເຂົ້າຮ່ວມການແຂ່ງຂັນ. ພິເສດ, ມີ 4 ມະໂມສອນຖີບລົດຖີບມາຈາກ: ປາເຊ, ສະຫວັນນະເຂດ (ລາວ); ແຂວງ ມຸກດາຫານ (ໄທ).

ງານແຂ່ງຂັນຖີບລົດຖີບ “ຈຸດນັດພົບແຫ່ງສັນຕິພາບ” ແມ່ນ 1 ໃນບັນດາການເຄື່ອນໄຫວຂອງງານບຸນເພື່ອສັນຕິພາບ ປີ 2024, ແມ່ນເຫດການວັດທະນະທຳ, ກິລາ ແລະ ທ່ອງທ່ຽວລະດັບຊາດ, ສາກົນ. ພິເສດ, ການແຂ່ງຂັນຄັ້ງນີ້ແມ່ນເພື່ອແຜ່ຂະຫຍາຍ, ເຊີດຊູຄຸນຄ່າຂອງສັນຕິພາບ, ຮຽກຮ້ອງໃຫ້ທຸກໆຄົນຈົ່ງຮ່ວມແຮງຮ່ວມໃຈຕໍ່ສູ້, ປົກປັກຮັກສາ, ສ້າງຊີວິດສັນຕິພາບ, ວັດທະນາຖາວອນ ແລະ ຍືນຍົງ. ບັນດານັກກິລາໄດ້ຕອບບຸນແທນຄຸນ, ອາໄລຫາບັນດານັກຮົບທີ່ໄດ້ເສຍສະຫຼະຊີວິດເພື່ອເອກະລາດ, ຄວາມເສລີພາບຂອງປະເທດຊາດ; ອາໄລຫາບັນດາຜູ້ປະສົບເຄາະຮ້າຍໃນສົງຄາມ. ການແຂ່ງຂັນຖີບລົດຖີບ ກໍ່ແມ່ນໂອກາດເພື່ອເຕົ້າໂຮມ, ປັບປຸງ ແລະ ສືບຕໍ່ສ້າງສາຍພົວພັນມິດຕະພາບກັບເພື່ອນມິດຢູ່ທົ່ວທຸກສາລະທິດຂອງບັນດາຄະນະນັກກິລາ.

ຕອບກັບ

ຂ່າວ/ບົດ​ອື່ນ