ແຜນການປະຕິບັດສັນຍາການຄ້າກັບລາວ

ແຜນການປະຕິບັດສັນຍາການຄ້າກັບລາວ - ảnh 1
(ພາບປະກອບ)

(vovworld) – ​ ນາຍົກລັດຖະມົນຕີ ຫວຽດນາມ ຫາ​ກໍ່​ເຊັນຂໍ້​ຕົກລົງ​ປະກາດ​ໃຊ້​ແຜນການ​ປະຕິບັດ​ສັນຍາ​ການ​ຄ້າ​ລະຫວ່າງ​ລັດຖະບານ​ສາທາລະນະ​ລັດ​ສັງຄົມ​ນິຍົມ ຫວຽດນາມ ​ແລະ ລັດຖະບານ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ປະຊາຊົນ ລາວ. ​ເນື້ອ​ໃນ​ແຜນການ​ປະຕິບັດ​ສັນ​ຍາ​ລວມມີ: ສ້າງ​ຕັ້ງໜ່ວຍ​ປະຕິບັດ​ງານຕິດຕາມ​ກວດກາ, ຊຸກຍູ້​ການ​ປະຕິບັດ​ສັນຍາ; ປະກາດ​ໃຊ້​​ຈົດໝາຍ​ລັດຖະການແນະນຳ​ການ​ປະຕິບັດ​ໂກ​ຕ້າພາສີ ດ້ວຍພາສີ​ນຳ​ເຂົ້າ​ສົ່ງ​ອອກ 0% ສຳລັບປະ​ເພດ​ສິນຄ້າ​ມາ​ຈາກ ສປປ ລາວ ​ແລະ ຈົດໝາຍ​ລັດຖະການ​ທີ່ແນະນຳ​ກ່ຽວກັບພາສີສົ່ງ​ອອກ - ພາສີ​ນຳ​ເຂົ້າ​ບຸລິມະສິດ​ພິ​ເສດ​ສຳລັບ​ປະ​ເພດ​ສິນຄ້າ​ມາ​ຈາກ ສປປ ລາວ; ​ໂຄສະນາ, ​ເຜີຍ​ແຜ່​ເນື້ອ​ໃນ​ສັນຍາ;ຫັນ​ການ​ຄ້າ​ເປັນ​ສະ​ດວກ; ສົ່ງ​ເສີມ​ການ​ຄ້າ; ຮ່ວມ​ມື​ປ້ອງ​ກັນ​ຕ້ານ​ການ​ຄ້າ​ເຖື່ອນ; ໜູນ​ຊ່ວຍ​ໃນ​ວິວັດ​ການ​ເຊື່ອມ​ໂຍງ. ສັນຍາ​ການ​ຄ້າ ຫວຽດນາມ - ລາວ ​ສະບັບໃໝ່​ລວມມີ 6 ພາກ, 16 ມາດຕາ ​ໃນ​ນັ້ນ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຍົບ​ເວັ້ນ​ພາສີ​ໃຫ້​ກ່ວາ 95% ປະ​ເພດ​ສິນຄ້າ​ທີ່​ມາ​ຈາກ 2 ປະ​ເທດ. ສັນຍາ​ດັ່ງ​ກ່າວ ຈະ​ມີ​ຜົນ​ສັກສິດ​ຢ່າງ​ເປັນ​ທາງ​ການ ພາຍຫລັງ​ການ​ແລກປ່ຽນຈົດໝາຍ​ທາງການ​ທູດ​ລະຫວ່າງ 2 ຝ່າຍສຳ​ເລັດ ​ແລະ ກຳນົດ​ວ່າ ​ແຕ່ລະ​ຝ່າຍ​ໄດ້​ສຳ​ເລັດ​ບັນດາ​ລະບຽບ​ການ​ພາຍ​ໃນ​ທີ່​ຈຳ​ເປັນ​ ​ເພື່ອ​ໃຫ້​​ສັນຍາມີ​ຜົນ​ສັກສິດ.


ຂ່າວ/ບົດ​ອື່ນ