ແຜນທີ່ເກົ່າຢັ້ງຢືນ 2 ໝູ່ເກາະ ຮ່ວາງຊາ ແລະ ເຈືອງຊາ ບໍ່ຂື້ນກັບ ອະທິປະໄຕຂອງຈີນ

ແຜນທີ່ເກົ່າຢັ້ງຢືນ 2 ໝູ່ເກາະ ຮ່ວາງຊາ ແລະ ເຈືອງຊາ ບໍ່ຂື້ນກັບ ອະທິປະໄຕຂອງຈີນ - ảnh 1

ແຜນ​ທີ່​ພູມ​ມີ​ປະ​ເທດຂ​ອງສຳນັກ​ພິມ ຊຽງ​ໄຮ​ຂອງ​ຈີນ  ຊຶ່ງ​ໄດ້​ພິສູດ​ຢ່າງ​ຈະ​ແຈ້ງວ່າ
ຕອນ​ໃຕ້​ສຸດ​ຂອງ​ຈີນ​ແມ່ນ​ເກາະ ​ໄຮ​ໜຳ ບໍ່​ລວມທັງ​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈືອງ​ຊາ

Vovworld- ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​ ດທ Mai Hong ຜູ້ອຳ​ນວນ​ການ​ສູນ​ຄົ້ນ​ຄ້ວາ​ເອກະສານ​ປະຫວັດສາດ​ເດີມ​ຫວຽດນາມ​ໄດ້​ມອບ​ແຜນ​ທີ່​ເກົ່າ​ສະບັບ​ໜຶ່ງຂ​ອງສຳນັກ​ພິມ ຊຽງ​ໄຮ​ຂອງ​ຈີນ​ທີ່​ພິມ​ຈຳໜ່າຍ​ເມື່ອ​ປີ 1904 ​ໃຫ້​ແກ່​ຫໍພິພິທະ​ພັນ​ປະຫວັດ​ສາດ​ແຫ່ງ​ຊາດ​ຫວຽດນາມ. ​ແຜນ​ທີ່​ດັ່ງກ່າວ​ມີ​ຊື່ວ່າ “ ​ແຜນ​ທີ່​ພູມ​ມີ​ປະ​ເທດ ” ຊຶ່ງ​ໄດ້​ພິສູດ​ຢ່າງ​ຈະ​ແຈ້ງວ່າ ຕອນ​ໃຕ້​ສຸດ​ຂອງ​ຈີນ​ແມ່ນ​ເກາະ ​ໄຮ​ໜຳ ບໍ່​ລວມທັງ​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈືອງ​ຊາ. ພິທີ​ມອບ​ຮັບ​ແຜນ​ທີ່​ດັ່ງກ່າວ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ່ 25/7 ຢູ່​ຮ່າ​ໂນ້ຍ. ທ່ານ​ ດທ Mai Hong ​ໃຫ້​ຮູ້​ວ່າ :

   “ ນີ້​ແມ່ນ​ເອກະສານ​ໂດຍ​ລາດ​ຊະ​ວົງ​ຊິ່ງຂອງ​ຈີນປະຕິບັດ. ນີ້​ແມ່ນ​ຫຼັກ​ຖານ​ທີ່​ບໍ່​ອາດ​ໂຕ້​ຖຽງ​ກັນ​ໄດ້. ຂ້າພະ​ເຈົ້າ​ປະກອບສ່ວນ​ເອກະສານ​ນີ້ ກໍ​ແມ່ນ​ເພື່ອ​ໃຫ້ 2 ປະ​ເທດ​ຢຸດຕິ​ການ​ໂຕ້​ແຍ້​ງກັນ, ບໍ່​ສົງ​ຜົນ​ສະທ້ອນ​ທີ່​ບໍ່​ດີ​ຕໍ່​ການ​ພົວພັນ​ລະຫວ່າງ​ປະຊາຊົນ 2 ປະ​ເທດ. ຂ້າພະ​ເຈົ້າຫວັງ​ວ່າ ພາຍຫຼັງ​ທີ່​ຂ້າພະ​ເຈົ້າ​ມອບ​ ​ໃຫ້​ແກ່​ລັດ, ແຜນ​ທີ່​ນີ້ຈະ​ຖືກ​ໂຄສະນາ​ໃຫ້​ແກ່​ປະຊາຊົນ​ ຫວຽດນາມ , ປະຊາຊົນຈີນ ກໍຄື ປະຊາຊົນ​ໃນ​ທົ່ວ​ໂລກ ສາມາດ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ຄວາມ​ຈິງ​ໃນ​ປະຫວັດສາດ”

ຂ່າວ/ບົດ​ອື່ນ