ແຜ່ບໍລິຈາກເງິນກ່ວາ10ຕື້ດົ່ງເພື່ອຊ່ວຍຜູ້ທຸກຍາກຕ້ອນຮັບບຸນເຕັດ

ແຜ່ບໍລິຈາກເງິນກ່ວາ10ຕື້ດົ່ງເພື່ອຊ່ວຍຜູ້ທຸກຍາກຕ້ອນຮັບບຸນເຕັດ - ảnh 1
ທ່າານາງຮອງປະທານປະເທດ ຫງວຽນທິຢວານ ເຂົ້າຮ່ວມລາຍການ
(ພາບ: nhandan.com.vn)

(vovworld) – ​ ​ ຕອນ​ຄຳ່​ວັນ​ທີ 17/1, ຄະນະ​ພັກ​ແຂວງ ຮ່າ​ນາມ ສົມທົບ​ກັບ​ຄະນະ​ພັກ​ກຸ່ມ​ບັນດາວິ​ສາ​ຫະກິດ​ສູນ​ກາງ ​ຈັດ​ຕັ້ງ​ລາຍການ “ຄຳ່​ຄື​ນຮ່ວມ​ແຮງ​ຮ່ວມ​​ໃຈ​ເພື່ອ​ຄົນ​ທຸກ​ຍາກ​ລະດູບານ​ໃໝ່​ປີວ​ອກ 2016”. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ ຫງວຽນ​ທິຢວານ ​ໄດ້​ເຂົ້າ​ຮ່ວມ. ທີ່​ລາຍການ, ບັນດາ​ອົງການ, ຫົວໜ່ວຍ, ວິ​ສາ​ຫະກິດ​ໄດ້​ສະໜັບສະໜູນ​ຄົນ​ທຸກ​ຍາກ​ຂອງ​ແຂວງ ຮ່າ​ນາມ ດ້ວຍ​ຍອດ​ຈຳນວນ​ເງິນ​ກ່ວາ 10 ຕື້​ດົ່ງ. ຄຽງ​ຄູ່​ກັນ​ນັ້ນ, ມີ​ຂອງຂວັນ 120 ພູດ, ​ແຕ່​ລະ​ພູດ​ມີ​ມູນ​ຄ່າ 5 ​ແສນ​ດົ່ງ​ໂດຍ​ໄດ້​ມອບ 120 ຄອບຄົວ​ທຸກ​ຍາກ​ແຂວງ ຮ່າ​ນາມ. ທ່ານ ມາຍ​ຕ໋ຽນຢູ້ງ, ​ເລຂາ​ຄະນະ​ພັກ​ແຂວງ ຮ່າ​ນາມ, ຢັ້ງຢືນ​ວ່າ: ​ແຂວງ ຮ່າ​ນາມ ​ໃຫ້​ຄ​ຳໝັ້ນ​ສັນຍາ​ຈະ​ສົ່ງ​ຈຳນວນ​ເງິນ​ທັງ​ໝົດ​ນັ້ນ​ຊຶ່ງ​ໂດຍ​ແມ່ນບັນດາ​ອົງການ, ຫົວໜ່ວຍ, ຜູ້​ໃຈ​ບຸນ​ໃຈ​ກຸສົນ​ສະ​ໜັບສະ​ໜູນ​ໃນ​ລາຍການ ​ເຖິງ​ຜູ້​ທຸກ​ຍາກ​ໃນ​ບໍລິ​ເວນ​ແຂວງ​ໃນ​ໂອກາດ​ບຸນປີ​ໃໝ່​ປີວ​ອກນີ້.


ຂ່າວ/ບົດ​ອື່ນ