ແພດໝໍຕ້ອງແມ່ນບ່ອນອິ່ງຂອງຄົນເຈັບຢ່າງແທດຈິງ

ແພດໝໍຕ້ອງແມ່ນບ່ອນອິ່ງຂອງຄົນເຈັບຢ່າງແທດຈິງ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ
ຢ້ຽມຢາມໂຮງໝໍ ​ແບກ​ມາຍ, ຮ່າໂນ້ຍ
(ພາບ: TTXVN)


(vovworld) - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 59 ປີ​ແຫ່ງ​ວັນ​ແພດ​ໝໍ​ຫວຽດນາມ (27/02/1955 – 27/02/2014). ຕອນ​ເຊົ້າ​ວັນ​ທີ 25/02, ທ່ານ​ປະທານ​ສະພ​າ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​​ໄປ​ອວຍພອນ, ປຸກລະດົມ​ໝູ່​ຄະນະ​ແພດ​ໝໍ ​ໂຮງໝໍ ​ແບກ​ມາຍ, ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ວ່າ ຍາມ​ໃດ​ພັກ, ລັດ ​ແລະ ປະຊາຊົນ​ກໍ່​ຈົດ​ຈຳ, ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ ​ແລະ ໝາກຜົນ​ຂອງ​ຂະ​ແໜງ​ສາທາລະນະ​ສຸກ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ສະ​ເໜີ​ວ່າ.

        “​ໃນ​ໄລຍະ​ຈະ​ມາ​ເຖິງ, ທົ່ວ​ຂະ​ແໜງ​ສາທາລະນະ​ສຸກ ສືບ​ຕໍ່​ປ່ຽນ​ໃໝ່, ​ໃຫ້​ບຸລິມະສິດ​ສາທາລະນະ​ສຸກ​ສຳຮ​ອງ, ປັບປຸງ​ເຄືອ​ຂ່າຍ​ສາທາລະນະສຸກຂັ້ນ​ຮາກ​ຖານ, ຍົກ​ສູງ​ຄຸນ​ນະພາ​ບການກວດ, ປິ່ນປົວ​ພະຍາດໃຫ້​ປະຊາຊົາ, ຍູ້​ແຮງ​ການ​ຫັນ​ເປັນ​ສັງຄົມ, ລະດົມ​ບັນດາ​ກຳລັງ​ສັງຄົມ​ເຂົ້າ​ຮ່ວມ​ການກວດ, ປິ່ນປົວ​ພະຍາດ, ​ແກ້​ໄຂ​ສະພາບ​ການ​ເກີນ​ດູ​ນ​ໃນ​ໂຮງໝໍ, ຍົກ​ສູງ​ຄຸນສົມບັດ, ຕໍ່ສູ້ ຍູ້​ໄພ​ຫຍໍ້​ທໍ​​້ໃນ​ການກວດ, ປິ່ນປົວ​ພະຍາດໃຫ້​ຖອຍ​ໄປ. ພະນັກງານ​ສາ​ທາ​ລະນະ​ສຸກ ຕ້ອງ​ຮໍ່າຮຽນ, ຍົກ​ສູງ​ວິຊາ​ຊີບ, ຝຶກ​ຝົນ​ຫຼໍ່​ຫຼອມຄຸນສົມບັດ, ສະຕິ​ຮັບຜິດຊອບ, ສຸດ​ຈິດ​ສຸດ​ໃຈ​ກັບ​ປະຊາຊົນ​ເປັນ​ປະຈຳ. ປະຕິບັດ​ຄຳ​ສັ່ງສອນ​ຂອງ​ປະທານ​ໂຮ່ຈິ​ມິນ: ​ແພດ​ໝໍປຽບເໝືອຜູ້ເປັນແມ່”.

        ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງປະດັບ​ນາມມະຍົດ​ແພດ​ໝໍ​ປະຊາຊົນ​ໃຫ້ພະນັກງານ​ສາທາລະນະ​ສຸກ 67 ຄົນ ​ແລະ ​ແພດ​ໝໍ​ດີ​ເດັ່ນ 1.004 ຄົນ.

ຕອນບ່າຍວັນດຽວກັນ, ທ່ານ​ດິງ​ເທ໋ຮວຽນ​, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ໄດ້​ໄປ​ຢ້ຽມຢາມ​ມະຫາວິທະຍາ​ໄລ​​ແພດສາດ​ຮ່າ​ໂນ້ຍ, ​ແລະ ບາງ​ໂຮງໝໍ​ໃນ​ນະຄອນ​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່ມະຫາວິທະຍາ​ໄລ​​ແພດສາດ​ຮ່າ​ໂນ້ຍ, ທ່ານ ດິງ​ເທ໋ຮວຽນ ​ເນັ້ນ​ໜັກ​ວ່າ:

        “ທ່າ​ແຮງ​ຂອງມະຫາວິທະຍາ​ໄລ​​ແພດສາດ​ຮ່າ​ໂນ້ຍ ​ແມ່ນ​ບ່ອນ​ເຕົ້າ​ໂຮມ​ຖັນ​ແຖວ​ສາດສະດາຈານ, ທ່ານໝໍ​ເກັ່ງ​ກວ່າ​ໝູ່​ໃນ​ທົ່ວ​ປະ​ເທດ. ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ເຈົ້າ​ຂອງ​ໂຮງຮຽນ, ຄຸນ​ນະພາ​ບການ​ປິ່ນປົວ​ພະຍາດ, ​ເບິ່ງ​ແຍງ​ສຸຂະພາບ​ໃຫ້​ແກ່​ປະຊາຊົນ ​ແມ່ນ​​ບັນທັດວັດ​ແທກ​ຄຸນະພາບ​ການ​ບຳລຸງ​ສ້າງ. ຂ້າພະ​ເຈົ້າ​ຫວັງ​ວ່າ, ຄະນະ​ພັກ, ຄະນະ​ອະທິການ​ບໍດີ, ພະນັກງານ​ພາລະ​ກອນ​ຂອງ​ໂຮງຮຽນ​ເສີມ​ຂະຫຍາຍ​ຄວາມ​ສາມັກຄີ, ຊາບ​ຊືມຄຳ​ສັ່ງສອນ​ຂອງ​ລຸງ​ໂຮ່, ກໍ່ສ້າງ​ໂຮງຮຽນ​ໃຫ້​ປອດ​ໃສ, ໝັ້ນຄົງ​ເຂັ້ມ​ແຂງ, ​ແມ່ນ​ສະຖານ​ທີ່​ວັດທະນະທຳ​ທີ່​ເປັນ​ແບບຢ່າງ​ຂອງ​ນະຄອນຫຼວງ ​ແລະ ທົ່ວ​ປະ​ເທດ”

ຂ່າວ/ບົດ​ອື່ນ