ແມ່​ຍິງ ຫວຽດ​ນາມ ຢູ່​ລາວ​ເປັນ​ຂົວ​ຕໍ່​ໃຫ້​ແກ່​ການ​ພົວ​ພັນ​ສອງ​ປະ​ເທດ

(VOVWORLD) -ທ່ານນາງປະທານສະຫະພັນແມ່ຍິງ ຫວຽດນາມ ຮ່າທິງາ ຫວັງວ່າແມ່ຍິງ ຫວຽດນາມ ຢູ່ລາວ ຈະກາຍເປັນທູດແນະນຳກ່ຽວກັບສີສັນວັດທະນະທຳປະເທດຊາດ ແລະ ຊາວ ຫວຽດນາມ ໃຫ້ແກ່ປະຊາຊົນລາວ ກໍ່ຄືເພື່ອນມິດສາກົນທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ລາ
ແມ່​ຍິງ ຫວຽດ​ນາມ ຢູ່​ລາວ​ເປັນ​ຂົວ​ຕໍ່​ໃຫ້​ແກ່​ການ​ພົວ​ພັນ​ສອງ​ປະ​ເທດ - ảnh 1ທ່ານນາງ ຮ່າທິງາ ປະທານສະຫະພັນແມ່ຍິງ ຫວຽດນາມ ພົບປະກັບແມ່ຍິງຫວຽດນາມອາໄສຢູ່ລາວ ທີ່ດີເດັ່ນ (ພາບ: VOV)

ໃນກອບການຢ້ຽມຢາມ ແລະ ການເຮັດວຽກຢູ່ ລາວ, ຕອນບ່າຍວັນທີ 3 ເມນາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານນາງ ຮ່າທິງາ, ປະທານສະຫະພັນແມ່ຍິງ ຫວຽດນາມ ໄດ້ພົບປະກັບແມ່ຍິງຫວຽດນາມອາໄສຢູ່ລາວ ທີ່ດີເດັ່ນ. ກ່າວຄຳເຫັນນະທີ່ນີ້, ທ່ານນາງ ຮ່າທິງາ ປະທານສະຫະພັນແມ່ຍິງ ຫວຽດນາມ ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງແມ່ຍິງ ຫວຽດນາມ ຢູ່ ລາວໃນພາລະກິດແຫ່ງການສ້າງສາ, ພັດທະນາ ແລະ ປົກປັກຮັກສາປະເທດ ຫວຽດນາມ ແລະ ລາວ. ທ່ານນາງ ຮ່າທິງາ ໃຫ້ຮູ້ວ່າ:

ແມ່ຍິງ ຫວຽດນາມ ຢູ່ລາວ ສືບຕໍ່ເສີມຂະຫຍາຍມູນເຊື້ອດຸໝັ່ນຂະຫຍັນພຽນຂອງຊາວ ຫວຽດນາມ ເພື່ອເຂົ້າຮ່ວມບັນດາຂົງເຂດຄື: ການຜະລິດຳເນີນທຸລະກິດ, ການຮ່ຳຮຽນປະຕິບັດວຽກງານ, ການບໍລິການການຄ້າ ແລະ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃຈການພັດທະນາລວມຂອງແຕ່ລະທ້ອງຖິ່ນ ເຊິ່ງແມ່ນບ່ອນທີ່ຕົນເອງດຳລົງຊີວິດ, ຜ່ານນັ້ນກໍ່ສືບຕໍ່ປັບປຸງ, ເພີ່ມພູນຄູນສ້າງ ການພົວພັນມິດຕະພາບ ອັນຍິ່ງໃຫຍ່, ພິເສດ, ສະເໝີຕົ້ນສະເໝີປາຍລະຫວ່າງ ລາວ - ຫວຽດນາມ.

ທ່ານນາງປະທານສະຫະພັນແມ່ຍິງ ຫວຽດນາມ ຮ່າທິງາ ຫວັງວ່າແມ່ຍິງ ຫວຽດນາມ ຢູ່ລາວ ຈະກາຍເປັນທູດແນະນຳກ່ຽວກັບສີສັນວັດທະນະທຳປະເທດຊາດ ແລະ ຊາວ ຫວຽດນາມ ໃຫ້ແກ່ປະຊາຊົນລາວ ກໍ່ຄືເພື່ອນມິດສາກົນທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ລາວ, ພ້ອມທັງປະກອບສ່ວນເຂົ້າໃນການອະນຸລັກຮັກສາບັນດາຄຸນຄ່າທາງດ້ານວັດທະນະທຳອັນດີງາມຂອງຊາວ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ