ແລກປ່ຽນວັດທະນະທໍາ ອາຊຽນ - ເວເນຊູເອລາ

(VOVWORLD) -ການຮ່ວມມືທາງດ້ານວັດທະນະທໍາ ແມ່ນຂົວເຊື່ອມຕໍ່ຊຸກຍູ້ການພົວພັນຮ່ວມມືມິດຕະພາບລະຫວ່າງ ເວເນຊູເອລາ ກັບບັນດາປະເທດ ອາຊຽນ

        ຄະນະກໍາມະການ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຢູ່ Caracas ໄດ້ສົມທົບກັບກະຊວງການຕ່າງປະເທດ, ກະຊວງວັດທະນະທໍາ ເວເນຊູເອລາ ຈັດຕັ້ງ ວັນບຸນແລກປ່ຽນວັດທະນະທໍາ ອາຊຽນ - ເວເນຊູເອລາ (ແຕ່ວັນທີ 11 – 14 ທັນວາ) ຢູ່ສໍານັກງານກະຊວງການຕ່າງປະເທດ ເວເນຊູເອລາ.

        ກ່າວຄໍາເຫັນທີ່ພິທີໄຂ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ເວເນຊູເອລາ ດ່າວແທ່ງຈູງ ໄດ້ທົບທວນຄືນປະຫວັດແຫ່ງການພັດທະນາຂອງ ອາຊຽນ ໃນຕະຫຼອດ 51 ປີຜ່ານມາ, ເນັ້ນໜັກເຖິງບົດບາດຂອງວັດທະນະທໍາໃນການຊຸກຍູ້ການພົວພັນໃກ້ຊິດສະໜິດສະໜົມລະຫວ່າງບັນດາປະເທດອາຊຽນ  ແລະ ບັນດາປະເທດຢູ່ນອກປະຊາຄົມ; ຢັ້ງຢືນການຮ່ວມມືທາງດ້ານວັດທະນະທໍາ ແມ່ນຂົວເຊື່ອມຕໍ່ຊຸກຍູ້ການພົວພັນຮ່ວມມືມິດຕະພາບລະຫວ່າງ ເວເນຊູເອລາ ກັບບັນດາປະເທດ ອາຊຽນ. ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ກໍໄດ້ແນະນໍາກ່ຽວກັບພື້ນຖານວັດທະນະທໍາ, ປະເທດຊາດ ແລະ ຊາວຫວຽດນາມ ອີກດ້ວຍ.

        ເຫດການດັ່ງກ່າວມີການເຄື່ອນໄຫວວາງສະແດງບັນດາຜະລິດຕະພັນວັດທະນະທໍາ, ການສະແດງສິລະປະ, ອາຫານການກິນ ຂອງ 03 ປະເທດອາຊຽນ (ຫວຽດນາມ, ອິນໂດເນເຊຍ, ມາເລເຊຍ) ແລະ ເວເນຊູເອລາ. ເຂົ້າຮ່ວມວັນບຸນແລກປ່ຽນວັດທະນະທໍາ ອາຊຽນ - ເວເນຊູເອລາ, ສະຖານທູດຫວຽດນາມ ໄດ້ວາງສະແດງບັນດາຜະລິດຕະພັນຄື ເຄື່ອງດົນຕີ, ຊຸດອາພອນປະຈໍາຊາດ, ຮູບບັນດາທິວທັດທໍາມະຊາດທີ່ເຮັດດ້ວຍຫີນປະເສີດ, ວັດທະນະທໍາທີ່ເປັນວັດຖຸ ແລະ ບໍ່ເປັນວັດຖຸ ທີ່ UNESCO ໄດ້ຮັບຮອງເອົາ ກໍຄືແນະນໍາອາຫານເຍື່ອງຕ່າງໆຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ