ແຫ່ຂະບວນປະທ້ວງຄັດຄ້ານວາລະສານ Charlie Hebdo ຢູ່ອາຊີໃຕ້


ແຫ່ຂະບວນປະທ້ວງຄັດຄ້ານວາລະສານ Charlie Hebdo ຢູ່ອາຊີໃຕ້ - ảnh 1
ປະ​ຊາ​ຊົນ​ນັບ​ພັນ​ຄົນ​ຢູ່​ອາບ​ກາ​ນິ​ສ​ຖານ, ປາ​ກິດ​ສ​ຖານ, ແລະ ເຂ​ດ Kashmir ໄດ້​ເດີນ​ຂະ​ບວນ​ປະ​ທ້ວງ​ຄັດ​ຄ້ານ​ເລື່ອງວາ​ລະ​ສານ Charlie Hebdo ຂອງ​ຝະ​ລັ່ງ

(vovworld)- ວັນ​ທີ 23/1, ປະ​ຊາ​ຊົນ​ນັບ​ພັນ​ຄົນ​ຢູ່​ອາບ​ກາ​ນິ​ສ​ຖານ, ປາ​ກິດ​ສ​ຖານ, ແລະ ເຂ​ດ Kashmir ໄດ້​ເດີນ​ຂະ​ບວນ​ປະ​ທ້ວງ​ຂະ​ໜາດ​ໃຫ​ຍ່ທີ່​ສຸດ​ໃນ​ພາກ​ພື້ນ​ອາ​ຊີ​ໃຕ້ ແນ​ໃສ່​ຄັດ​ຄ້ານ​ເລື່ອງວາ​ລະ​ສານ Charlie Hebdo ຂອງ​ຝະ​ລັ່ງ​ລົງ​ພິມ​ຮູບ​ເຢາະ​ເຢີ້ຍ​ກ່ຽວ​ກັບ​ນັກ​ທຳ​ນາຍ Mohammed. ຫຼາຍ​ຄົນ​ໄດ້​ຮຽກ​ຮ້ອງ ສ.ປ.ຊ ອອກ​ຄຳ​ສັ່ງ​ເກືອດ​ຫ້າມ​ສຳ​ລັບ​ຄຳ​ແຕະ​ຕ້ອງ​ເຖິງ​ກຽດ​ສັກ​ສີ Mohammed , ກ່າວ​ປະ​ນາມ​ເລື່ອງວາ​ລະ​ສານ Charlie Hebdo ຂອງ​ຝະ​ລັ່ງ​ລົງ​ພິມ​ຮູບ​ເຢາະ​ເຢີ້ຍ​ກ່ຽວ​ກັບ​ນັກ​ທຳ​ນາຍ Mohammed ແມ່ນ​ການ​ກະ​ທຳ “ກໍ່​ການ​ຮ້າຍ​ໃສ່​ສື່ມວນ​ຊົນ”. ວັນ​ດຽວ​ກັນ, ຊາວ​ອີ​ຣານ​ນັບ​ພັນ​ຄົນ ໄດ້ຫຼັ່ງ​ໄຫຼ​ລົງ​ຖະ​ໜົນ​ຫົນ​ທາງ ເດີນ​ຂະ​ບວນ​ປະ​ທ້ວງຄັດ​ຄ້ານວາ​ລະ​ສານ Charlie Hebdo ຂອງ​ຝະ​ລັ່ງ​ລົງ​ພິມ​ຮູບ​ເຢາະ​ເຢີ້ຍ​ກ່ຽວ​ກັບ​ນັກ​ທຳ​ນາຍ Mohammed. ສ່ວນ​ຢູ່​ນະ​ຄອນ​ສິດ​ນີ​ປະ​ເທດ​ອົດ​ສະ​ຕາ​ລ​ີ, ປະ​ຊາ​ຊົນ 800 ຄົນ ກໍ​ໄດ້​ລົງ​ຖະ​ໜົນ​ຄັດ​ຄ້ານ​ການ​ກະ​ທຳ​ຂອງວາ​ລະ​ສານ Charlie Hebdo ຂອງ​ຝະ​ລັ່ງເຊັ່ນ​ດຽວ​ກັນ.

 

ຂ່າວ/ບົດ​ອື່ນ