ແຫ່ຂະບວນປະທ້ວງຢູ່ອັງກິດຄັດຄ້ານລັດຖະດຳລັດຕ້ານຊາວອົບພະຍົບເຂົ້າເມືອງຂອງປະທານາທິບໍດີ Donald Trump

ແຫ່ຂະບວນປະທ້ວງຢູ່ອັງກິດຄັດຄ້ານລັດຖະດຳລັດຕ້ານຊາວອົບພະຍົບເຂົ້າເມືອງຂອງປະທານາທິບໍດີ Donald Trump - ảnh 1
ປະ​ຊາ​ຊົນ ອາ​ເມ​ລິ​ກາ ແຫ່​ຂະ​ບວນ​ປະ​ທ້​ວງ​ຄັດ​ຄ້ານ​ລັດ​ຖະ​ດຳ​ລັດ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump
(ພາບ: AFP/TTXVN)

(vovworld) – ປະ​ຊາ​ຊົນ​ນັບໝື່ນ​ຄົນ​ຢູ່ 30 ນະ​ຄອນ​ໃນ​ທົ່ວ​ປະ​ເທດ ອັງ​ກິດ ໄດ້​ລົງ​ຖະ​ໜົນ​ແຫ່​ຂະ​ບວນ​ປະ​ທ້ວງ ໃນ​ວັນ​ທີ 30/1 ເພື່ອ​ຄັດ​ຄ້ານ​ລັດ​ຖະ​ດຳ​ລັດ​ຄັດ​ຄ້ານ​ຊາວ​ອົບ​ພະ​ຍົບ​ເຂົ້າ​ເມືອງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump. ຢູ່​ນະ​ຄອນຫຼວງ ລອນດອນ, ຢ່າງ​ໜ້ອຍ​ສຸດ​ມີ​ກ່​ວາ 25.000 ຄົນ​ໄດ້​ເຂົ້າ​ຮ່ວມ​ການ​​ເດີນຂະ​ບວນ​ປະ​ທ້ວງ, ​ຢູ່​ຕາມ​ຖະ​ໜົນ​ສາຍ​ຕົ້ນ​ຕ​ໍ​ຂອງ​ນະ​ຄອນຫຼວງ ລອນດອນ, ກໍ​ຄື​ໃນ​ຖະ​ໜົນ Downing Street, ເຊິ່ງ​ແມ່ນ​ບ່ອນ​ຕັ້ງ​ສຳ​ນັກ​ງານ​ຂອງ​ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Theresa May. ຜູ້​ແຫ່​ຂະ​ບວນ​ປະ​ທ້ວງ ໄດ້​ຮຽກ​ຮ້ອງ​ບັນ​ດ​າ​ຜູ້​ຮັກ​ຫອມ​ສັນ​ຕິ​ພາບ​ຄັດ​ຄ້ານ​ບັນ​ດາ​ນະ​ໂຍ​ບາຍ​ຈຳ​ແນກ​ເຊື້ອ​ຊາດ​ຜິວ​ພັນ​ນີ້​ຢ່າງ​ແຮງ. ບັນ​ດາ​ການ​ແຫ່​ຂະ​ບວນ​ປະ​ທ້ວງ​ຄັດ​ຄ້ານ​ດັ່ງ​ກ່​າວ​ຖືກ​ດຳ​ເນີ​ນ​ໄປ​ໃນ​ສະ​ພາບ​ການ​ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ Theresa May ພວມ​ມີ​ການ​ປະ​ຕິ​ບັດ​ງານ​ຢູ່​ນະ​ຄອນຫຼວງ​ຂອງ Ireland.


ຂ່າວ/ບົດ​ອື່ນ