![ແຮງງານນັບພັນຄົນຈະມີວຽກເຮັດງານທຳຢູ່ຮ່າໂນ້ຍ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2016_02_11/viec lam.jpg)
ຮ່າໂນ້ຍພະຍາຍາມສ້າງວຽກເຮັດງານທຳໃຫ້ແຮງານນັບພັນຄົນໃນປີນິ້ |
(vovworld)- ປີ 2016, ສູນຕິດຕໍ່ຈັດຫາງານ ຮ່າໂນ້ຍ ຂຶ້ນກັບກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ຈະເພີ່ມທະວີການຮ່ວມສຳພັນກັບວິສາຫະກິດຫຼາຍແຫ່ງເພື່ອສ້າງ ວຽກເຮັດງານທຳໃຫ້ແຮງານນັບພັນໆຄົນ. ທ່ານນາງ ວູ້ທິແທງລ້ຽວ ຮອງຜູ້ອຳນວຍການສູນຕິດຕໍ່ຈັດຫາງານ ຮ່າໂນ້ຍ ໃຫ້ຮູ້ວ່າ :
“ ພວກຂ້າພະເຈົ້າຈະຍູ້ແຮງວຽກງານໃຫ້ຄຳປຶກສາໃຫ້ແຮງງານ, ພະຍາຍາມຊອກຫາວຽກເຮັດງານທຳໃຫ້ເຂົາເຈົ້າ. ພ້ອມກັນນັ້ນ ກໍໃຫ້ການໜູນຊ່ວຍບັນດາວິສາຫະກິດຄັດເລືອກແຮງງານທີ່ດີ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ວິສາຫະກິດ ແລະ ນັບທັງຜູ້ອອກແຮງງານ ”