ໂຄງການ “ເພື່ອ​ສິ່ງ​ແວດ​ລ້ອມ​ສີ​ຂຽວ​ແຫ່ງ​ຊາດ ປີ 2023”: ແຜ່​ຂະ​ຫຍາຍ “ວິ​ຖີ​ຊີ​ວິດສີ​ຂຽວ” ສູ່ມວນ​ຊົນ

(VOVWORLD) -ວັນທີ 5 ພຶດສະພາ, ສະມາຄົມປົກຮັກສາຮັກສາທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ເລີ່ມດຳເນີນໂຄງການ “ເພື່ອສິ່ງແວດລ້ອມສີຂຽວແຫ່ງຊາດ ປີ  2023”. 
ໂຄງການ “ເພື່ອ​ສິ່ງ​ແວດ​ລ້ອມ​ສີ​ຂຽວ​ແຫ່ງ​ຊາດ ປີ  2023”: ແຜ່​ຂະ​ຫຍາຍ “ວິ​ຖີ​ຊີ​ວິດສີ​ຂຽວ” ສູ່ມວນ​ຊົນ - ảnh 1ນັກຮຽນປະຖົມພາກັນເຂົ້າຮ່ວມກິດຈະກຳຕ່າງໆຂອງໂຄງການ (ພາບ: dangcongsan.vn)

ໂຄງການດັ່ງກ່າວ ຈັດກິດຈະກຳຕ່າງໆຂຶ້ນຢູ່ຮ່າໂນ້ຍ ແຕ່ວັນທີ 5 ຫາວັນທີ 19 ພະຈິກ ຈຶ່ງອັດລົງ ດ້ວຍຈຸດປະສົງ ແນໃສ່ຮຽກຮ້ອງວົງຄະນະຍາດພ້ອມກັນເຂົ້າຮ່ວມການຮັກສາສຸຂະພາບ ແລະ ສິ່ງແວດລ້ອມ, ຊົມເຊີຍສົ່ງເສີມການປະຕິບັດການກະທຳທີ່ປອດໃສ ແລະ ວິຖີຊີວິດ ປອດໄສເປັນມິດກັບສິ່ງແວດລ້ອມ - ສະອາດ - ງາມຕາ.

ໃນຂອບເຂດຂອງໂຄງການ, ຈະຈັດກິດຈະກຳຕ່າງໆຄື: ງານວາງສະແດງຕົວແບບສີຂຽວຂອງນັກຮຽນ ແລະ ຮ້ານໂຄສະນາຜະລິດຕະພັນ, ການບໍລິການສີຂຽວຂອງອົງການ, ວິສາຫະກິດຕ່າງໆ; ແຕ້ມຮູບຂະໜາດໃຫຍ່ດ້ວຍຫົວຂໍ້: “ຮ່າໂນ້ຍສີຂຽວ - ນະຄອນແຫ່ງສັນຕິພາບ”… ເພື່ອແນໃສ່ໂຄສະນາ, ແນະນຳ ແລະ ສົ່ງແຫຼ່ງບັນດານໃຈໃຫ້ວົງຄະນະຍາດ ໃນການສ້າງສິ່ງແວດລ້ອມແຫ່ງຊາດ ສີຂຽວ, ສະອາດ. ຕາມທ່ານ ປອ. ເຈິ່ນວັນໝຽວ, ຮອງປະທານສະມາຄົມປົກປັກຮັກສາທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ແລ້ວ, ໂຄງການດັ່ງກ່າວ ກໍແມ່ນໂອກາດທີ່ດີ ເພື່ອໃຫ້ບັນດາອົງການ, ວິສາຫະກິດ ສະແດງທັດສະນະ ແລະ ຄຳໝັ້ນສັນຍາຂອງຕົນ ຕໍ່ບັນຫາປົກປັກຮັກສາສິ່ງແວດລ້ອມ, ພັດທະນາປະເທດຊາດແບບຍືນຍົງ.


ຕອບກັບ

ຂ່າວ/ບົດ​ອື່ນ