ໂຄງການ“ຂະ​ບວນການ​ສ້າງ​ວັດທະນະທຳ​ອ່ານ​ຢູ່​ຊົນນະບົດ​ຫວຽດນາມ”​ໄດ້UNESCO​ເຊິີດຊູ

ໂຄງການ“ຂະ​ບວນການ​ສ້າງ​ວັດທະນະທຳ​ອ່ານ​ຢູ່​ຊົນນະບົດ​ຫວຽດນາມ”​ໄດ້UNESCO​ເຊິີດຊູ - ảnh 1
(ພາບປະກອບ)

(vovworld) - ​ໂຄງການ “ຂະ​ບວນການ​ສ້າງ​ວັດທະນະທຳ​ອ່ານ​ຢູ່​ຊົນນະບົດ​ຫວຽດນາມ” ຂອງສູນ​ໜູນ​ຊ່ວຍພູມປັນຍາ​ ​ແລະ ພັດທະນາ​ປະຊາ​ຄົມ (CKACD) ​​ໂດຍ​ທ່ານ ຫງວຽນ​ກວາງ​ແທ້​ກ ກໍ່​ຕັ້ງ ຫາ​ກໍ່​ຍາດ​ໄດ້​ລາງວັນ​ສາກົນ ລົບ​ລ້າງ​ຄວາມກຶກ​ໜັງສື 2016 ຂອງ​ອົງການວັດທະນະທຳ, ວິທະຍາສາດ ​ແລະ ສຶກສາສະຫະ​ປະຊາ​ຊາດ (UNESCO). ​ໂຄງການ “ຂະ​ບວນການ​ສ້າງ​ວັດທະນະທຳ​ອ່ານ​ຢູ່​ຊົນນະບົດ​ຫວຽດນາມ” ​​​ເພື່ອ​ແນ​ໃສ່​ນ​ເອົາຳ​ປື້​ມ​ເຖິງ​ບັນດາ​ຫໍສະໝຸດ, ຕູ້​ປື້​ມຢູ່​​ເຂດຊົນນະບົດ ຫວຽດນາມ ດ້ວຍ​ຈຸດປະສົງ​ສົ່ງ​ເສີມ​ເດັກນ້ອຍ​ອ່ານ​ປື້​ມ ​ແລະ ຍົກ​ສູງ​ລະດັບ​ຄວາມ​ຮູ້. ທ່ານ ຫງວຽນ​ກວາງ​ແທ້​ກ ​ເລີ່​ມຕົ້ນ​ການ​ປະຕິບັດ​ໂຄງການ​ນີ້ ນັບ​ແຕ່​ປີ 2007 ດ້ວຍ​ຕູ້​ປື້​ມອ່ານ 3 ຕູ້ ​ແລະ​ ຫລັງ​ຈາກ​ນັ້ນ ​​ໄດ້​ຂະຫຍາຍເປັນຫໍສະໝຸດ​ນ້ອຍ​ 28 ​ແຫ່ງຢູ່ 9 ​ແຂວງ, ນະຄອນ. ປີ 2010 ທ່ານ ຫງວຽນ​ກວາງ​ແທ້​ກ ສ້າງ​ຕັ້ງ​ສູນ​​ໜູນ​ຊ່ວຍ​ພູມປັນຍາ​ ​ແລະ ພັດທະນາ​ປະຊາ​ຄົມ ​ແລະ ພວມ​ຮັກສາ​ຕຳ​ແໜ່​ງ​ເປັນ​ຜູ້ອຳນວຍການ​ສູນ​ການ​ດັ່ງກ່າວ. ປະຈຸ​ບັນ​ໂຄງການ “ຂະ​ບວນການ​ສ້າງ​ວັດທະນະທຳ​ອ່ານ​ຢູ່​ຊົນນະບົດ​ຫວຽດນາມ” ຂອງ ທ່ານ ຫງວຽນ​ກວາງ​ແທ້​ກ ​ໄດ້​ຮັບ​ການ​ໜູນ​ຊ່ວຍຈາກ 100.000 ຄົນ. 

ຂ່າວ/ບົດ​ອື່ນ