ໂຄງການຕິດຕາມກວດກາປາໜັງຂອງກະຊວງກະສິກຳອາເມລິກາ ແມ່ນໄຮ້ເຫດຜົນ

ໂຄງການຕິດຕາມກວດກາປາໜັງຂອງກະຊວງກະສິກຳອາເມລິກາ ແມ່ນໄຮ້ເຫດຜົນ - ảnh 1
( ພາບປະກອບ )

( vovworld ) -   ວັນ​ທີ 20/6, ສະ​ພາສູງ​ອາ​ເມ​ລິ​ກາ ​ໄດ້​ເຫັນ​ດີຍົກເລີກ​ໂຄງການ​ຕິດຕາມກວດກາ​ປາ​ໜັງ​ຂອງ​ກະຊວງ​ກະສິກຳ​ອາ​ເມ​ລິ​ກາ. ທ່ານ Dao Tran Nhan, ທີ່​ປຶກສາ​ອູ​ປະ​ທູດ​ຮັບ​ຜິດ​ຊອບ​ການ​ຄ້າ​ຫວຽ​ດນາມ ປະຈຳ​ອາ​ເມ​ລິ​ກາ, ​ໃຫ້​ຮູ້​ວ່າ.

        “​ເລື່ອງສະ​ພາສູງ​ອາ​ເມ​ລິ​ກາ ຍົກເລີກ​ໂຄງການ​ຕິດຕາມກວດກາ​ປາ​ໜັງ​ຂອງ​ກະຊວງ​ກະສິກຳ​ອາ​ເມ​ລິ​ກາ ຜ່ານ​ມາແມ່ນ​ຂ່າວ​ດີສຳລັບບັນດາ​ຜູ້ລ້ຽງ, ປຸ້ງ​ແຕ່ງ​ປາຈາ ​ແລະ ປາ​ບາ​ຊາ​ຂອງ​ຫວຽດນາມ ຖ້າ​ຫາກ​ຮ່າງ​ກົດໝາຍ​ນີ້ ​ກາຍ​ເປັນກົດໝາຍ ​ແລະ ​ຖືກນຳ​ເຂົ້າ​ກົດໝາຍ​ວ່າ​ດ້ວຍນິຄົມ​ກະ​​ເສດປີ 2012 ກໍ​ໝາຍ​ຄວາມ​ວ່າ​ໂຄງການຕິດຕາມກວດກາ ປາ​ຈາ ​ແລະ ປາ​ບາ​ຊາ​ຂອງກະຊວງ​ກະສິກຳ​ອາ​ເມ​ລິ​ກາ ຈະ​ຖືກ​ຍົກ​ເລີກ​ຢ່າງ​ສິ້ນ​ເຊິ່ງ”

        ຕາມ​ທ່ານ Dao Tran Nhan ​ແລ້ວ, ກົດໝາຍ​ວ່າ​ດ້ວຍນິຄົມ​ກະ​​ເສດປີ 2008 ຂອງ​ອາ​ເມ​ລິ​ກາ ຈະ​ສິ້ນ​ສຸດ​ໃນ​ວັນ​ທີ 1/9 ປີ 2012 ນີ້. ຄາ​ດວ່າ​ໃນ​ລະດູ​ຮ້ອນນີ້, ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ຈະ​ຕ້ອງຮັບຮອງ​ເອົາຮ່າງກົດໝາຍນິຄົມ​ກະ​​ເສດ​ໃໝ່​ແມ່ນຮ່າງກົດໝາຍນິຄົມ​ກະ​​ເສດປີ 2012. ວັນ​ທີ 19/6, ສະພາ​ສູງ​ອາ​ເມ​ລິ​ກາ ​ໄດ້​ຈັດ​ກອງ​ປະຊຸມ ​ແລະ ຮັບຮອງ​ເອົາ​ເລື່ອງ​ຍົກ​ເລີກໂຄງການ​ຕິດຕາມກວດກາ​ປາ​ໜັງ​ຂອງ​ກະຊວງ​ກະສິກຳ​ອາ​ເມ​ລິ​ກາ ​ແລະ ຄາດ​ວ່າ​ຈະ​ດຳ​ເນີນ​​ໄປໃນ​ອາທິ​ດໜ້າ, ສະພາ​ສູງ​ອາ​ເມ​ລິ​ກາ ຈະ​ຮັບຮອງ​ເອົາຮ່າງກົດໝາຍວ່າ​ດ້ວຍນິຄົມ​ກະ​​ເສດສະບັບ​ປັບປຸງຂອງ​ປີ 2012 ​ແລະ ຫຼັງ​ຈາກ​ນັ້ນ, ຖ້າ​ຫາກ​ວ່າ​ສະພາ​ຕໍ່າ​ຮັບຮອງ​ເອົາຮ່າງກົດໝາຍວ່າ​ດ້ວຍນິຄົມກະ​​ເສດ ຈະ​ໄດ້​ຮັບ​ການນຳ​ໃຊ້​ສຳ​ຫຼັບ​ບັນດາ​ຜະລິດ​ຕະພັນ​ກະ​ເສດ, ​ໃນ​ນັ້ນ​ມີ​ປາ​ຊາ ​ແລະ ປາຈາຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ