ໂຄງການນ້ຳມັນຫວຽດນາມ-ອານເຊລີຂຸດຄົ້ນນ້ຳມັນກະແສທຳອິດຢ່າງເປັນທາງການ

ໂຄງການນ້ຳມັນຫວຽດນາມ-ອານເຊລີຂຸດຄົ້ນນ້ຳມັນກະແສທຳອິດຢ່າງເປັນທາງການ - ảnh 1
ໂຄງການນ້ຳມັນຫວຽດນາມ-ອານເຊລີ
ຂຸດຄົ້ນນ້ຳມັນກະແສທຳອິດຢ່າງເປັນທາງການ
(ພາບ: TTXVN)


(vovworld) - ວັນ​ທີ 11/12, ໂຄງ​ການ​ນ້ຳ​ມັນ ຫວຽດ​ນາມ - ອາ​ນ​ເຊ​ລີ ຢູ່ບ​ໍ່​ Bir Seba ​ໄດ້​ຂຸດ​ຄົ້​ນ​ນ້ຳ​ມັນ​ກະ​ແສ​ທຳ​ອິດ​ຢ່າງ​ເປັນ​ທາງ​ການ ພາຍ​ຫຼັງ​ໄລ​ຍະ 12 ປີແຫ່ງ​ການ​ເຄື່ອນ​ໄຫວ​ສຳ​ຫຼວດ (2003 - 2015), ນ​ີ້​ແມ່ນ​ເຫດ​ການ​ສຳ​ຄັນເປັນ​ຂີດ​ໝາຍ​ຜົນ​ງານ​​ຢ່າງ​ຈະ​ແຈ້ງ ຂອງ​ບໍ​ລິ​ສັດ​ໃຫຍ່​ຂຸດ​ຄົ້ນ​ສຳ​ຫຼວດ​ນ້ຳ​ມັນ​ອາຍ​ແກັດ​ຫວຽດ​ນາມ (PVEP), ກໍ​ຄື​ບັນ​ດາ​ຄູ່​ຮ່ວມ​ມື​ໃນ​ຫຼາຍ​ປີ​ຜ່ານ​ມາ. ທ່ານ​ຮ່​ວາງ​ຫງອກ​ດົງ, ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ PVEP – ອານ​ເຊ​ລີ, ໃຫ້​ຮູ້​ວ່າ, ເລື່ອງ​ນຳ​ເຂົ້າ​ຂຸດ​ຄົ້ນ​ບໍ​ Bir Seba ໄດ້ເປັນ​ການ​ຢືນ​ຢັນ​ທີ່​ຕັ້ງ​ຂອງ​ຫວຽດ​ນ​າມ ໃນ​ການ​ຊອກ​ຫາ ແລະ ຂຸດ​ຄົ້ນ​ນ້ຳ​ມັນ​ຢູ່​ຕ່າງ​ປະ​ເທດ. ພິ​ເສດ, ນີ້​ແມ່ນ​ໂຄງ​ການ​ເຊິ່ງ​ຝ່າຍ​ຫວຽດ​ນາມ ​ໄດ້ປະ​ຕິ​ບັດ​ເອງ​ນັບ​ແຕ່​ຕົ້ນ ເພື່ອ​ຊອກ​ຫາ, ສຳ​ຫຼວດ ແລະ ພົບ​ເຫັນ​ບ​ໍ່​ນີ້. ເຫດ​ການນີ້​ມີ​ຄວາມ​ໝາຍ​ສຳ​ຄັນ ໃນ​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ການ​ເມືອງ ແລະ ເສດ​ຖະ​ກິດ​ຫວຽດ​ນາມ - ອານ​ເຊ​ລີ, ​ທັງ​ແມ່ນ​​ພື້ນ​ຖານ​ເພື່ອ​ນຳ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ນຳ​້​ມັນ​ອາຍ​ແກັດ ຫວຽດ​ນາມ ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່.

ຂ່າວ/ບົດ​ອື່ນ