ໂຄງ​ການ​ລົບ​ລ້າງ​ເຮືອນ​ຢູ່​ຊົ່ວ​ຄາວ, ເຮືອນ​ຮົ່ວ​ເພບັນ​ລຸ 95,3%

(VOVWORLD) - ຕາມການລາຍງານທີ່ກອງປະຊຸມ, ມາຮອດຕົ້ນເດືອນ ກໍລະກົດປີນີ້, ທົ່ວປະເທດໄດ້ໜູນຊ່ວຍກໍ່ສ້າງ ແລະ ສ້ອມແປງເຮືອນຢູ່ 264.000 ໃນຈຳນວນ 274.000 ຫຼັງ, ບັນລຸ 95,3%.
ໂຄງ​ການ​ລົບ​ລ້າງ​ເຮືອນ​ຢູ່​ຊົ່ວ​ຄາວ, ເຮືອນ​ຮົ່ວ​ເພບັນ​ລຸ 95,3% - ảnh 1ທ່ານໂດວັນຈຽນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: VOV1)

ມາຮອດປັດຈຸບັນ, ທົ່ວປະເທດໄດ້ໜູນຊ່ວຍກໍ່ສ້າງ ແລະ ສ້ອມແປງເຮືອນຢູ່ກ່ວາ 264.000 ຫຼັງ, ມີຫຼາຍແຂວງ, ນະຄອນບັນລຸອັດຕາສ່ວນສູງທີ່ສຸດ ແລະ ລື່ນກາຍລະດັບຄວາມຄືບໜ້າ. ນີ້ແມ່ນຂໍ້ມູນໂດຍທ່ານໂດວັນຈຽນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໃຫ້ຮູ້ຢູ່ກອງປະຊຸມຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ 4, ຊຸດທີ X ເຊິ່ງດຳເນີນໃນວັນທີ 9 ກໍລະກົດ ຢູ່ຮ່າໂນ້ຍ.

ຕາມການລາຍງານທີ່ກອງປະຊຸມ, ມາຮອດຕົ້ນເດືອນ ກໍລະກົດປີນີ້, ທົ່ວປະເທດໄດ້ໜູນຊ່ວຍກໍ່ສ້າງ ແລະ ສ້ອມແປງເຮືອນຢູ່ 264.000 ໃນຈຳນວນ 274.000 ຫຼັງ, ບັນລຸ 95,3%. ມີຫຼາຍແຂວງ, ນະຄອນບັນລຸອັດຕາສ່ວນສູງ ແລະ ລື່ນກາຍລະດັບຄວາມຄືບໜ້າ. ທ່ານໂດວັນຈຽນ ຊີ້ແຈ້ງວ່າ:

ພວກເຮົາໄດ້ຈັດຕັ້ງ, ຜັນຂະຫຍາຍໂຄງການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພໃນທົ່ວປະເທດໃຫ້ເປັນຢ່າງດີ ແລະ ປະສົບຜົນສຳເລັດເພື່ອຂ່ຳນັບຮັບຕ້ອນບັນດາວັນບຸນໃຫຍ່ໃນປີ 2025. ດັ່ງນັ້ນ, ອາດເວົ້າໄດ້ວ່ານີ້ແມ່ນການຂົນຂວາຍທົ່ວປວງຊົນ, ຮອບດ້ານ, ທົ່ວປະເທດເຊິ່ງຜູ້ໃດກໍ່ເຫັນວ່າ ຖືກກັບຈິດໃຈປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ