ໂຄງການເຄື່ອນໄຫວຂອງລັດຖະບານ ກ່ຽວກັບການພັດທະນານະຄອນຫຼວງ ຮ່າໂນ້ຍ ຮອດປີ 2030, ວິໄສທັດຮອດປີ 2045

(VOVWORLD) -ນະຄອນຫຼວງ ສູ້ຊົນໃຫ້ບັນລຸບັນດາເປົ້າໝາຍ, ຄາດໝາຍລະອຽດ, ຄື: ໄລຍະແຕ່ນີ້ຮອດປີ 2030, ຮ່າໂນ້ຍ ແມ່ນນະຄອນ “ອະລິຍະທຳ - ສີວິໄລ - ທັນສະໄໝ”; ກາຍເປັນໃຈກາງ, ກຳລັງໜູນຊຸກຍູ້ການພັດທະນາເຂດທົ່ງພຽງແມ່ນ້ຳແດງ
ໂຄງການເຄື່ອນໄຫວຂອງລັດຖະບານ ກ່ຽວກັບການພັດທະນານະຄອນຫຼວງ ຮ່າໂນ້ຍ ຮອດປີ 2030, ວິໄສທັດຮອດປີ 2045 - ảnh 1(ພາບປະກອບ: TTXVN)

        ວັນທີ 07 ກຸມພາ, ລັດຖະບານ ຫວຽດນາມ ໄດ້ປະກາດໃຊ້ມະຕິກ່ຽວກັບໂຄງການເຄື່ອນໄຫວຂອງລັດຖະບານ ປະຕິບັດໜ້າທີ່ພັດທະນານະຄອນຫຼວງ ຮ່າໂນ້ຍ ຮອດປີ 2030, ວິໄສທັດຮອດປີ 2045. ຕາມນັ້ນແລ້ວ, ນະຄອນຫຼວງ ສູ້ຊົນໃຫ້ບັນລຸບັນດາເປົ້າໝາຍ, ຄາດໝາຍລະອຽດ, ຄື: ໄລຍະແຕ່ນີ້ຮອດປີ 2030, ຮ່າໂນ້ຍ ແມ່ນນະຄອນ “ອະລິຍະທຳ - ສີວິໄລ - ທັນສະໄໝ”; ກາຍເປັນໃຈກາງ, ກຳລັງໜູນຊຸກຍູ້ການພັດທະນາເຂດທົ່ງພຽງແມ່ນ້ຳແດງ, ເຂດເສດຖະກິດຈຸດສຸມທາງພາກເໜືອ, ເຂດນະຄອນຫຼວງ ແລະ ທົ່ວປະເທດ; ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ ກວ້າງຂວາງ, ມີກຳລັງແກ່ງແຍ້ງສູງກັບພາກພື້ນ ແລະ ໂລກ. ລະດັບເຕີບໂຕຍອດຜະລິດຕະພັນໃນບໍລິເວນ (GRDP) ຄິດສະເລ່ຍໃນແຕ່ລະປີໄລຍະ 2021-2025 ໃຫ້ບັນລຸປະມານ 7,5% - 8,0%; ໄລຍະ 2026 – 2030 ບັນລຸລະດັບ 8,0 - 8,5% ຕໍ່ປີ; GRDP ຄິດສະເລ່ຍຕໍ່ຫົວຄົນຮອດປີ 2025 ໃຫ້ບັນລຸປະມານ 8.300 – 8.500 USD. ອັດຕາຫັນເປັນຕົວເມືອງຮອດປີ 2025 ໃຫ້ບັນລຸປະມານ 60-62%, ຮອດປີ 2030 ໃຫ້ບັນລຸ 75%... ວິໄສທັດຮອດປີ 2045, ນະຄອນຫຼວງ ຮ່າໂນ້ຍ ແມ່ນນະຄອນເຊື່ອມຕໍ່ທົ່ວໂລກ, GRDP ຄິດສະເລ່ຍຕໍ່ຫົວຄົນໃຫ້ບັນລຸກວ່າ 36.000 USD. ດ້ານເສດຖະກິດ, ວັດທະນະທຳ, ສັງຄົມໃຫ້ມີການພັດທະນາຢ່າງຮອບດ້ານ, ມີລະດັບພັດທະນາທຽບເທົ່າກັບນະຄອນຫຼວງຂອງບັນດາປະເທດພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ