ໂຄງການເຊື່ອມຕໍ່ວິສາຫະກິດ ຫວຽດນາມ - ອີຕາລີ

ໂຄງການເຊື່ອມຕໍ່ວິສາຫະກິດ ຫວຽດນາມ - ອີຕາລີ - ảnh 1
ວິສາຫະກິດຂະແໜງໄມ້ ຫວຽດນາມ
(ພາບປະກອບ)

(vovworld) -  ວັນ​ທີ 27/5, ສະມາຄົມເຄື່ອງສີລະປະກຳ​ ​ແລະ ປຸງ​ແຕ່ງ​ໄມ້​ນະຄອນ ​ໂຮ່ຈີ​ມິນ (ຫຼື HAWA), ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ແຂວງ Pordenone (ອີຕາລີ), ສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳ ອີຕາລີ ປະຈຳ ຫວຽດນາມ (ICHAM), ຈັດຕັ້ງໂຄງການເຊື່ອມຕໍ່ວິສາຫະກິດ ຫວຽດນາມ - ອີຕາລີ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວນອນໃນຂອບເຂດການສົ່ງເສີມການພົວພັນຄູ່ຮ່ວມມືເສດຖະກິດພັດທະນາກຸ່ມອຸດສາຫະກຳ, ເພື່ອຊ່ວຍໃຫ້ວິສາຫະກິດ 2 ປະເທດແລກປ່ຽນຂໍ້ມູນຂ່າວສານ, ມອບໂອນເຕັກໂນໂລຢີ ແລະ ມີບັນດາການພົວພັນທຳມາຫາກິນໃໝ່. ຕາມທ່ານເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ອີຕາລີ ປະຈຳ ຫວຽດນາມ Lozenro Angeloni ແລ້ວ, ຄະນະວິສາຫະກິດເຂົ້າຮ່ວມລາຍການຄັ້ງນີ້ເພື່ອແນໃສ່ຊອກຫາຄວາມສາມາດບົ່ມຊ້ອນຂອງ ຫວຽດນາມ, ຍາດແຍ່ງກາລະໂອກາດສຳພັດໂດຍກົງກັບວິສາຫະກິດຜະລິດໄມ້ ແລະ ຂະແໜງອື່ນໆຈຳນວນໜຶ່ງ, ພ້ອມທັງໜູນຊ່ວຍບັນດາວິສາຫະກິດຂະແໜງນ້ອຍ ແລະ ກາງ ຫວຽດນາມ ພັດທະນາຮ່ວມມືສາກົນ. ໃນຂອບເຂດໂຄງການ, ນອກຈາກເລື່ອງພົບປະແລກປ່ຽນ, ຄະນະວິສາຫະກິດ ອີຕາລີ ຍັງມີການຢ້ຽມຢາມ, ສຳຫຼວດຕົວຈິງຢູ່ບາງບໍລິສັດ, ໂຄງງານຢູ່ນະຄອນ ໂຮ່ຈີມິນ ແລະ ບັນດາແຂວງ, ນະຄອນທາງພາກໃຕ້. ໂຄງການຈະດຳເນີນຮອດວັນທີ 30/5.

ຂ່າວ/ບົດ​ອື່ນ