ໂຄງ​ການ​ໜູນ​ຊ່ວຍ​ການພັດ​ທະ​ນາ​ຕະຫຼາດ​ແຮງ​ງານ ຮອດ​ປີ 2030

(VOVWORLD) -  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຫາກໍເຊັນ ຂໍ້ຕົກລົງວ່າດ້ວຍການປະກາດໃຊ້ໂຄງການໜູນຊ່ວຍການພັດທະນາຕະຫຼາດແຮງງານ ຫວຽດນາມ ຮອດປີ 2030. 
ໂຄງ​ການ​ໜູນ​ຊ່ວຍ​ການພັດ​ທະ​ນາ​ຕະຫຼາດ​ແຮງ​ງານ ຮອດ​ປີ 2030 - ảnh 1(ພາບປະກອບ: baochinhphu.vn)

ໂຄງການດັ່ງກ່າວ ແມ່ນເພື່ອແນໃສ່ສ້າງປະຖົມປັດໄຈທີ່ໝັ້ນແກ່ນ ໃຫ້ແກ່ການສ້າງ ແລະ ພັດທະນາບັນດາປັດໄຈຂອງຕະຫຼາດແຮງງານໃຫ້ຄົບຊຸດ, ປະກອບສ່ວນລະດົມ, ຈັດແບ່ງ ແລະ ນຳໃຊ້ບັນດາແຫຼ່ງກຳລັງໃຫ້ມີປະສິດທິຜົນ ເພື່ອຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ຫັນປ່ຽນໂຄງປະກອບແຮງງານຕາມທິດທັນສະໄໝ, ຮັບປະກັນການເຊື່ອມຕໍ່ລະຫວ່າງຕະຫຼາດແຮງງານພາຍໃນປະເທດກັບຕະຫຼາດແຮງງານຂອງບັນດາປະເທດໃນພາກພື້ນ ແລະ ສາກົນ.

        ເປົ້າໝາຍລະອຽດແມ່ນ ເພີ່ມຈຳນວນແຮງງານມີທັກສະເໝາະສົມກັບຄວາມຕ້ອງການຂອງຕະຫຼາດແຮງງານ; ອັດຕາສ່ວນແຮງງານໄດ້ຮັບການບຳລຸງສ້າງແລະມີໃບປະກາດສະນີຍະບັດ, ໃບຢັ້ງຢືນ ໃຫ້ບັນລຸ 30% ໃນປີ 2025 ແລະ 35 – 40% ໃນປີ 2030; ດັດສະນີແຮງງານມີຄວາມຮູ້ດ້ານວິຊາການ ໃນດັດຊະນີປ່ຽນແປງໃໝ່, ປະດິດຄິດສ້າງທົ່ວໂລກ (GII) ນອນໃນກຸ່ມ 60 ປະເທດແຖວໜ້າ ໃນປີ 2025 ແລະ ນອນໃນກຸ່ມ 55 ປະເທດໃນປີ 2030; ດັດຊະນີແຮງງານມີທັກສະທາງດ້ານເຕັກໂນໂລຢີຂໍ້ມູນຂ່າວສານບັນລຸ 80% ໃນປີ 2025 ແລະ 90% ໃນປີ 2030; ສູ້ສົນຫຼຸດຜ່ອນອັດຕາສ່ວນໄວໜຸ່ມບໍ່ມີວຽກເຮັດງານທຳ, ບໍ່ໄດ້ໄປຮຽນ ຫຼື ບໍ່ໄດ້ຮັບການບຳລຸງສ້າງ ໃຫ້ຕ່ຳກວ່າ 8%...


ຕອບກັບ

ຂ່າວ/ບົດ​ອື່ນ