ໂຄສົກກະຊວງການຕ່າງປະເທດຫວຽດນາມກ່າວປະນາມການບຸກໂຈມຕີກໍ່ການຮ້າຍຢູ່ສະໜາມບິນAtatturk

ໂຄສົກກະຊວງການຕ່າງປະເທດຫວຽດນາມກ່າວປະນາມການບຸກໂຈມຕີກໍ່ການຮ້າຍຢູ່ສະໜາມບິນAtatturk - ảnh 1
ໂຄສົກກະຊວງການຕ່າງປະເທດ ຫວຽດນາມ

(vovworld) –  ວັນ​ທີ 30/6/2016, ​ເຫດການ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ເກີດ​ຂຶ້ນ​ເມື່ອ​ວັນ​ທີ 28/6/2016 ຢູ່​ສະໜາມ​ບິນ Atatturk, ນະຄອນ Istanbul, ປະ​ເທ​ດ ຕວກກີ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ທ່ານ ​ເລ​ຫາຍ​ບີ່​ງ ​ໃຫ້​ຮູ້​ວ່າ: “ພວກ​ຂ້າພະ​ເຈົ້າ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ເຖິງ​ຄອບຄົວ​ຜູ້​ປະສົບ​​ເຄາະ​ຮ້າຍ, ລັດຖະບານ ​ແລະ ປະຊາຊົນ​ຕວກກີ. ຫວຽດນາມ ກ່າວ​ປະນາມ​ເຫດການ​ກໍ່​ການ​ຮ້າຍ ​ແລະ ​ເຊື່ອ​ໝັ້ນ​ວ່າ, ບັນດາ​ຕົວ​ການຈະ​ຖືກ​ຕັດສິນ​ລົງ​ໂທດ​​ໂດຍ​ໄວ.”


ຂ່າວ/ບົດ​ອື່ນ