ໂຄສະນາຄວາມສາມາດບົ່ມຊ້ອນການທ່ອງທ່ຽວຫວຽດນາມ ຢູ່ ອາກຊັງຕີນ

(VOVWORLD) -ວັນທີ 14 ສິງຫາ, ສະຖານທູດຫວຽດນາມປະຈຳ ອາກຊັງຕີນ ໄດ້ຈັດຕັ້ງລາຍການແນະນຳກ່ຽວກັບປະເທດຊາດ, ຊາວຫວຽດນາມແລະ ຄວາມສາມາດບົ່ມຊ້ອນການທ່ອງທ່ຽວ ຂອງຫວຽດນາມ ໂດຍມີການເຂົ້າຮ່ວມຂອງວິສາຫະກິດທ່ອງທ່ຽວຫລາຍແຫ່ງຂອງປະເທດປະຈຳຖີ່ນ.

ໃນບົດກ່າວເປີດລາຍການ, ທ່ານ ດັ້ງຊວັນຢູງ ເອກອັກຄະລັດຖະທູດຫວຽດນາມ ຢືນຢັນວ່າ ດ້ວຍນະໂຍບາຍເປີດປະຕູ, ເສດຖະກິດ ການເຕີບໂຕ ຢ່າງຕໍ່ເນື່ອງ ແລະ ມີສະຖຽນລະພາບດ້ານການເມືອງສັງຄົມ, ຫວຽດນາມແມ່ນຈຸດນັດພົບດຶງດູດນັກທ່ອງທ່ຽວສາກົນມາຊອກຮູ້ພື້ນຖານວັດທະນະທຳທີ່ມີສີສັນຫລາກຫລາຍ ແລະອຸດົມສົມບູນ, ມີປະຫວັດສາດຍາວນານ ກໍ່ຄື ຄົ້ນຫາບັນດາທັດສະນີຍະພາບຈັບອົກຈັບໃຈຢູ່ທຸກແຖບຖິ່ນຂອງປະເທດອາຊີຕາເວັນອອກສ່ຽງໃຕ້ນີ້.

ທ່ານເອກອັກຄະລັດຖະທູດ ໄດ້ແນະນຳໂດຍສັງເຂບ ກ່ຽວກັບປະຫວັດສາດ, ວັດທະນະທຳ ກໍ່ຄືຜົນງານໃນກິດຈະການປ່ຽນແປງໃຫມ່ຂອງປະເທດຊາດ,ບັນດາຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວກໍ່ຄືທັດສະນີຍະພາບທີ່ລືຊື່ຢູ່ຫວຽດນາມຄື: ອ່າວຮ້າລອງ, ກຸງເກົ່າເຫ້ວ, ຄຸ້ມເມືອງເກົ່າ ໂຮ້ຍອານ, ຊາປາ.. ພ້ອມທັງໃຫ້ຮູ້ວ່າ ແຕ່ລະປີ ມີນັກທ່ອງທ່ຽວ ອາກຊັງຕີນ ປະມານ 10.000 ຄົນມາຢ້ຽມຢາມຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ