ໂຄສະນາຜະລິດຕະພັນກະເສດ ຫວຽດນາມ ຢູ່ນະຄອນຫຼວງ ລອນດອນ (ລາຊະອານາຈັກ ອັງກິດ)

(VOVWORLD) - ງານຕະຫຼາດນັດຄັ້ງນີ້ມີ 230 ຫົວໜ່ວຍວາງສະແດງ, ນັກປະຖະກະຖາກວ່າ 100 ທ່ານ ແລະ ແຂກຢ້ຽມຊົມເຂົ້າຮ່ວມ 10.000 ຄົນ.
ໂຄສະນາຜະລິດຕະພັນກະເສດ ຫວຽດນາມ ຢູ່ນະຄອນຫຼວງ ລອນດອນ (ລາຊະອານາຈັກ ອັງກິດ) - ảnh 1ຮ້າງວາງສະແດງຂອງ ຫວຽດນາມ
(ພາບ: Vietnam+)

        ມີວິສາຫະກິດສົ່ງອອກຜະລິດຕະພັນກະເສດຂອງ ຫວຽດນາມ ປະມານ 20 ແຫ່ງໄດ້ເຂົ້າຮ່ວມງານຕະຫຼາດນັດ VEGFEST 2022 ໃນລະຫວ່າງວັນທີ 12 – 13 ພະຈິກ ຢູ່ນະຄອນຫຼວງ ລອນດອນ, ເພື່ອໂຄສະນາບັນດາຜະລິດຕະພັນກະເສດຂອງ ຫວຽດນາມ ເຖິງວິສາຫະກິດ ແລະ ຜູ້ບໍລິໂພກ ບັນດາຜະລິດຕະພັນມີຕົ້ນກຳເນີດພຶກສາຊາດຢູ່ ອັງກິດ.

        ໂດຍແມ່ນງານຕະຫຼາດນັດສະຫງວນໃຫ້ຜູ້ກິນເຈ ຈັດຂຶ້ນເປັນປະຈຳປີຢູ່ ລອນດອນ ແຕ່ປີ 2013, ງານຕະຫຼາດນັດຄັ້ງນີ້ມີ 230 ຫົວໜ່ວຍວາງສະແດງ, ນັກປະຖະກະຖາກວ່າ 100 ທ່ານ ແລະ ແຂກຢ້ຽມຊົມເຂົ້າຮ່ວມ 10.000 ຄົນ.

        ຮ້າງວາງສະແດງຂອງ ຫວຽດນາມ ໄດ້ວາງສະແດງບັນດາຜະລິດຕະພັນກະເສດເປັນຫຼາຍຮູບຫຼາຍແບບຄື: ເຂົ້າສານ, ກາເຟ, ໝາກມ່ວງຫິມະພານ, ໝາກໄມ້ອົບແຫ້ງ, ເຟີແຫ້ງ.... ຕະຫຼອດຮອດບັນດາຜະລິດຕະພັນເປັນມິດກັບສິ່ງແວດລ້ອມຄື: ທໍ່ດູດເຈ້ຍ, ຈອກເຈ້ຍ… ໄດ້ດຶງດູດຄວາມສົນໃຈຂອງວິສາຫະກິດຫຼາຍແຫ່ງ ແລະ ແຂກຢ້ຽມຊົມຢູ່ທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ